ຍູ້ແຮງລັດຖະບານເອເລັກໂຕນິກໃນການປະຕິວັດອຸດສາຫະກຳຄັ້ງທີ 4
ກອງປະຊຸມສຳມະນາແຫ່ງຊາດ ກ່ຽວກັບລັດຖະບານເອເລັກໂຕນິກ 2017
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 5/4, ຢູ່ຮ່າໂນ້ຍ, ພະແນກຖະແຫຼງຂ່າວ ແລະ ສື່ສານ ນະຄອນຫຼວງຮ່າໂນ້ຍ ໄດ້ສົມທົບກັບກຸ່ມບໍລິສັດຖານຂໍ້ມູນສາກົນ IDG ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາແຫ່ງຊາດ ກ່ຽວກັບລັດຖະບານເອເລັກໂຕນິກ 2017 ດ້ວຍຫົວຂໍ້ “ ພັດທະນາລັດຖະບານເອເລັກໂຕນິກໃນໄລຍະການປະຕິວັດອຸດສາຫະກຳຄັ້ງທີ 4: ວິໄສທັດ ແລະ ມາດຕະການເຕັກໂນໂລຊີ ”. ຫຼາຍຄຳເຫັນຖືວ່າ: ການພັດທະນາຢ່າງແຮງຂອງວິທະຍາສາດເຕັກໂນໂລຊີໃນໄລຍະການປະຕິວັດອຸດສາຫະກຳຄັ້ງທີ 4 ໄດ້ນຳມາກາລະໂອກາດພັດທະນາຢ່າງໃຫຍ່ຫຼວງຫຼາຍທີ່ສຸດ ແຕ່ກໍ່ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງ ຮຽກຮ້ອງໃຫ້ບັນດາອົງການລັດຖະບານ ກໍ່ຄືບັນດາອົງການຈັດຕັ້ງ, ວິສາຫະກິດ ຄວນເອົາໃຈໃສ່ເຖິງວຽກງານຍົກສູງຄຸນນະພາບ ໂຄງລ່າງເຕັກໂນໂລຊີກວ່າອີກ; ສ້າງຖານຂໍ້ມູນ, ໝູນໃຊ້ບັນດາມາດຕະການຮັບປະກັນຄວາມປອດໄພຂໍ້ມູນຂ່າວສານໃຫ້ເໝາະສົມ ເພື່ອແນໃສ່ຮັບມືກັບບັນດາໄພພິບັດຄວາມປອດໄພໃຫ້ທັນການ ເມື່ອບັນດາການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດພວມຜັນແປນັບມື້ນັບ ສັບສົນ. ທ່ານເລຢຸງ, ຜູ້ອຳນວຍການ ດຳເນີນທຸລະກິດ ບໍລິສັດຫຸ້ນສ່ວນແກ້ໄຂຊອັບແວ ເຍິດເກື່ອງ ຖືວ່າ
“ກາລະໂອກາດໃຫ້ແກ່ລັດຖະບານເອເລັກໂຕນິກ ແມ່ນໃຫຍ່ຫຼວງທີ່ສຸດ, ແຜນນະໂຍບາຍຂອງພັກຍາມໃດກໍ່ຕ້ອງລັດໜ້າ. ສິ່ງທີ່ພວກເຮົາອາດສາມາດລັດໜ້າ ດີທີ່ສຸດແມ່ນ ເຕັກໂນໂລຊີ. ຊາວຫວຽດນາມມີທ່າໄດ້ປຽບໃນຂົງເຂດນີ້ພໍສົມຄວນ. ເຖິງຢ່າງໃດກໍ່ຕາມກາລະໂອກາດໃຫຍ່ຄືແນວນີ້ ແຕ່ວ່າວິທີການປະຕິບັດຄືແນວໃດ ພັດແມ່ນບັນຫາ. ຕາມຂ້າພະເຈົ້າແລ້ວ ຄວນມີການເຂົ້າຮ່ວມຢ່າງເປັນລະບົບທີ່ສຸດ ຈາກລັດຖະບານ, ຈາກວິສາຫະກິດ, ຈາກປະຊາຊົນ ເພື່ອສາມາດໝູນໃຊ້ບັນດາກາລະໂອກາດນີ້ໃຫ້ດີທີ່ສຸດ”
ຕາມບົດລາຍງານຈາກສະຫະປະຊາຊາດ, ປະຈຸບັນຫວຽດນາມຖືກຈັດຢູ່ອັນດັບທີ 89 ໃນຍອດຈຳນວນ 193 ປະເທດໃນໂລກ ກ່ຽວກັບ ດັດຊະນີ ພັດທະນາລັດຖະບານເອເລັກໂຕນິກ, ເພີ່ມຂຶ້ນ 10 ຂັ້ນ ເມື່ອທຽບໃສ່ປີ 2014, ຢືນອັນດັບທີ 6 ໃນອາຊຽນ ແລະ ກໍ່ໄດ້ເຂົ້າເປັນສະມາຊິກກຸ່ມບັນດາປະເທດມີ ດັດຊະນີພັດທະນາລັດຖະບານເອເລັກໂຕນິກສູງຢ່າງເປັນທາງການ.