ດັກຫຼັກ ຕັດສິນໃຈພ້ອມກັບທົ່ວປະເທດຍົກເລີກ “ບັດເຫຼືອງ” IUU
(VOVWORLD) - ຄາດວ່າ ຄະນະກວດກາຂອງຄະນະກຳມະການເອີຣົບ (EC) ຄັ້ງທີ 5 ຈະມີການເຮັດວຽກກັບແຂວງ ດັກຫຼັກ ໃນລະຫວ່າງວັນທີ 13 – 14 ມີນາ, ກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU).
ຄະນະຄຸ້ມຄອງທ່າເຮືອຫາປາ ດົງຕາກ, ແຂວງ ດັກຫຼັກ ສົມທົບກັບບັນດາກຳລັງທີ່ກ່ຽວຂ້ອງລົງກວດກາ |
ທາງແຂວງ ພວມກະກຽມບັນດາເງື່ອນໄຂດີທີ່ສຸດເພື່ອສະໜອງ ບັນດາໝາກຜົນອັນຕັ້ງໜ້າທີ່ບັນລຸໄດ້ໃນວິວັດແຫ່ງການປະຕິບັດບັນດາຂໍ້ສະເໜີແນະຂອງ EC ໃຫ້ຄົບຖ້ວນ, ຊັດເຈນ, ຕັດສິນໃຈພ້ອມກັບທົ່ວປະເທດຍົກເລີກ “ບັດເຫຼືອງ” IUU.
ໂດຍຖືວ່າ ນີ້ແມ່ນ “ບັ້ນເຄື່ອນໄຫວຈຸດສູງ” ແລະ ແມ່ນໜ້າທີ່ການເມືອງທີ່ສຳຄັນແຖວໜ້າ, ທາງແຂວງ ດັກຫຼັກ ໄດ້ຮຽກຮ້ອງໃຫ້ບັນດາພະແນກ, ຄະນະ, ຂະແໜງການ ແລະ ອຳນາດການປົກຄອງບັນດາຕາແສງແຄມທະເລຕ້ອງມີການກະທຳຢ່າງມີຄວາມຮັບຜິດຊອບ, ຈະແຈ້ງ, ສຸມໃສ່ກະກຽມບົດລາຍງານສັງເຂບ ແລະ ລະບົບສຳເນົາເອກະສານໃຫ້ໃກ້ຊິດຕິດແທດກັບບັນດາຂໍ້ສະເໜີແນະຂອງ EC. ທ່ານ ຕ້າແອັງຕວັນ, ປະທານຄະນະກຳມະການປະຊາຊົນແຂວງ ດັກຫຼັກ, ຢັ້ງຢືນວ່າ ດັກຫຼັກ ຕັດສິນໃຈພ້ອມທັງທົ່ວປະເທດຍົກເລີກ “ບັດເຫຼືອງ” IUU, ມຸ່ງໄປເຖິງການພັດທະນາຂະແໜງສິນໃນນ້ຳແບບຍືນຍົງ, ມີຄວາມຮັບຜິດຊອບ ແລະ ສອດຄ່ອງກັບຂໍ້ກຳນົດສາກົນ.