ອັງ​ກິດ ຕັດຫຼາຍ​ໂຄງ​ການ​ການ​ເງິນ​ຮັບ​ໃຊ້​ເປົ້າ​ໝາຍ​ດິນ​ຟ້າ​ອາ​ກາດສະ​ຫງວນ​ໃຫ້​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ

(VOVWORLD) - ມີຫຼາຍໂຄງການໜູນຊ່ວຍດ້ານການເງິນຮັບໃຊ້ເປົ້າໝາຍດິນຟ້າອາກາດຂອງ ອັງກິດ ທີ່ສະຫງວນໃຫ້ແກ່ບັນດາປະເທດພວມພັດທະນາໄດ້ຖືກຫຼຸດລົງຢ່າງແຮງ, ເຮັດໃຫ້ເກີດມີຄວາມວິຕົກກັງວົນຕໍ່ຄວາມສາມາດປະຕິບັດບັນດາຄຳໝັ້ນສັນຍາສາກົນຂອງປະເທດນີ້ໃນຂົງເຂດຮັບມືກັບການປ່ຽນແປງຂອງບັນດາດິນຟ້າອາກາດ ແລະ ປົກປັກຮັກສາຊີວະນາໆພັນ. 

ຕາມຂໍ້ມູນຂ່າວໂດຍສື່ມວນຊົນອັງກິດໄດ້ເອົາລົງແລ້ວ, ມີກອງທຶນ ແລະ ຂໍ້ລິເລີ່ມຂະໜາດໃຫຍ່ຈຳນວນໜຶ່ງ ທີ່ມີມູນຄ່ານັບຮ້ອຍລ້ານ pound ໄດ້ຮັດແຄບຂອບຂະໜາດການເຄື່ອນໄຫວ, ຊ້ຳບໍ່ໜຳ ຢຸດຕິການເຄື່ອນໄຫວຢູ່ຫຼາຍພາກພື້ນຢູ່ອາຟະລິກາ, ອາຊີ ແລະ ອາເມລິກາໃຕ້. ສິ່ງທີ່ໜ້າສົນໃຈແມ່ນ, ກອງທຶນທັດສະນີຍະພາບຊີວະນາໆພັນທີ່ມີມູນຄ່າ 100 ລ້ານ pound (133 ລ້ານ USD) - ໂດຍໄດ້ສ້າງຂຶ້ນເພື່ອແນໃສ່ປົກປ້ອງລະບົບຊີວະນານາພັນທີ່ສຳຄັນຢູ່ບັນດາເຂດທຸກຍາກ - ໄດ້ຫຼຸດລົງຫຼາຍພໍສົມຄວນ. ຈຳນວນເຂດເປົ້າໝາຍຈາກ 6 ເຂດ ປັດຈຸບັນຍັງເຫຼືອແຕ່ 2 ເຂດ.

        ຕາມແຜນການໄລຍະ 2021 – 2026, ອັງກິດ ໃຫ້ຄຳໝັ້ນສັນຍາເບີກຈ່າຍ 11,6 ຕື້ pound (ເກືອບ 16 ຕື້ USD) ໃຫ້ແກ່ການເງິນທີ່ໄດ້ຮັບໃຊ້ເປົ້າໝາຍດິນຟ້າອາກາດສາກົນ (ICF). ເຖິງຢ່າງໃດກໍຕາມ, ມີຂ່າວທີ່ວ່າ ງົບປະມານ ICF ໃນຮອບວຽນຕໍ່ໄປອາດຈະຫຼຸດລົງປະມານ 9 ຕື້ pound  ໃນໄລຍະ 5 ປີ, ເທົ່າກັບລະດັບຫຼຸດລົງກວ່າ 20%.


ຕອບກັບ

ຂ່າວ/ບົດ​ອື່ນ