(vovworld) – ຄະນະຜູ້ແທນວິສາຫະກິດອັນດັບໜຶ່ງຂອງ ຍີ່ປຸ່ນ 40 ຄະນະຈະມາຢ້ຽມຢາມ, ຊອກຫາກາລະໂອກາດລົງທຶນເຂົ້າບັນດາຂົງເຂດລ້ຽງປູກ, ປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ, ສິນໃນນ້ຳຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງໃນຕົ້ນອາທິດຈະມາເຖິງ. ກ່າວຄຳເຫັນທີ່ການເຮັດວຽກກັບການນຳບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງ ໃນຕອນເຊົ້າວັນທີ 15/4, ທ່ານ ຫງວຽນຟອງກວາງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ໃຫ້ຮູ້ວ່າ: ນີ້ແມ່ນກາລະໂອກາດທີ່ດີໃຫ້ບັນດາແຂວງ, ນະຄອນໃນເຂດ ແນະນຳ, ດຶງດູດການລົງທຶນ. ດັ່ງນັ້ນ, ນັບແຕ່ປະຈຸບັນ, ແຕ່ລະທ້ອງຖີ່ນຕ້ອງຮີບເຮັ່ງເລືອກເຟັ້ນ 1 – 2 ໂຄງການດີເດັ່ນເພື່ອແນະນຳໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ຊອກຮູ້. ບັນດາທ້ອງຖີ່ນ, ວິສາຫະກິດໄດ້ຮັບການເລືອກເຟັ້ນເພື່ອໃຫ້ວິສາຫະກິດ ຍີ່ປຸ່ນ ມາຢ້ຽມຢາມ, ຊອກຫາກາລະໂອກາດລົງທຶນ ຕ້ອງກະກຽມບັນດາຂໍ້ມູນຂ່າວຈຳເປັນກ່ຽວກັບບັນດາໂຄງການຮຽກຮ້ອງການລົງທຶນຢ່າງລອບຄອບຖີ່ຖ້ວນ.
ຕາມແຜນການແລ້ວ, 40 ວິສາຫະກິດ ຍີ່ປຸ່ນ ຈະເຂົ້າຮ່ວມກອງປະຊຸມສຳມະນາຢູ່ນະຄອນ ເກີນເທີ ໂດຍສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ເປັນປະທານຈັດຕັ້ງ ເພື່ອແນໃສ່ແນະນຳກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ ແລະ ຄວາມສາມາດບົ່ມຊ້ອນຮ່ວມມືໃນຂົງເຂດກະສິກຳລະຫວ່າງ ຍີ່ປຸ່ນ ແລະ ບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງ, ຫຼັງຈາກນັ້ນຈະໄປສຳຫຼວດ, ຊອກຮູ້ສະພາບການຕົວຈິງຢູ່ວິສາຫະກິດດີເດັ່ນຈຳນວນໜຶ່ງຢູ່ນະຄອນ ເກີນເທີ, ແຂວງ ເຮົ້າຢາງ, ດົ່ງທາບ ແລະ ຫວີງລອງ.