(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 19/06 ຢູ່ສວນສາທາລະນະທະເລ ຟ້າມວັນດົ່ງ ນະຄອນ ດ່າໜັງ, ມີ 500 ກ່ວາຄົນເຂົ້າຮ່ວມການສະແດງ Yoga ເພື່ອຕ້ອບສະໜອງວັນ Yoga ສາກົນຄັ້ງທີ 2 ໂດຍສະຫະສະມາຄົມບັນດາອົງການມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ສົມທົບກັບສະຖານທູດ ອິນເດຍ ປະຈຳ ຫວຽດນາມ ຈັດຕັ້ງ. ເຂົ້າຮ່ວມການສະແດງ Yoga ລວມມີບັນດາຄູເຝິກ, ສະມາຊິກໃນບັນດາສະໂມສອນ Yoga ພ້ອມກັບນັກທ່ອງທ່ຽວ ແລະ ປະຊາຊົນນະຄອນ ດ່າໜັງ ເປັນຈຳນວນຫລວງຫລາຍ. ທ່ານ Parvathaneni Harish ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຈະສືບຕໍ່ຈັດຕັ້ງວັນ Yoga ສາກົນຢູ່ ຫວຽດນາມ. ກ່ອນໜ້ານັ້ນ ວັນທີ 18/06 ຢູ່ໂຮງຫກິລາ ໂຮ່ຊວນເຮືອງ ນະຄອນ ໂຮ່ຈີມິນ ກໍ່ດຳເນີນວັນ Yoga ສາກົນຄັ້ງທີ 2.