ການເຄື່ອນໄຫວເດືອນຊາວໜຸ່ມປີ 2016 |
(vovworld)- ພິທີດຳເນີນການເຄື່ອນໄຫວເດືອນຊາວໜຸ່ມປີ 2016 ໄດ້ຖືກຈັດຂຶ້ນໃນຕອນເຊົ້າວັນທີ 27/2 ຢູ່ແຂວງວິ້ງຟຸກ, ດ້ວຍຫົວເລື່ອງ: “ ເອກອ້າງທະນົງໃຈໄວໜຸ່ມຍຸກສະໄໝໂຮ່ຈິມິນ ” ຊຶ່ງມີການເຂົ້າຮ່ວມຂອງຊາວໜຸ່ມ ໄວໜຸ່ມ 3 ພັນຄົນ. ບັນດາ ການເຄື່ອນໄຫວເດືອນຊາວໜຸ່ມປີ 2016 ຖືກຜັນຂະຫຍາຍຕາມສັບປະດາດ້ວຍ 4 ຫົວເລື່ອງເຊັ່ນ: “ ອາຊີບ, ວຽກເຮັດງານທຳ ”, “ ສິ່ງແວດລ້ອມຂຽວ ”, “ ການຫນູນຊ່ວຍສັງຄົມ ” ແລະ “ ສະເຫຼີມສະຫຼອງວັນສ້າຕັ້ງຄະນະຊາວໜຸ່ມ ”. ກ່າວຄຳເຫັນທີ່ພິທີດັ່ງກ່າວ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ກ່າວວ່າ :
“ ຂ້າພະເຈົ້າສະເໜີບັນດາກະຊວງ, ຂະແໜງການ, ຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ຄວນເອົາໃຈໃສ່ຫຼາຍກວ່າອີກເຖິງບົດບາດນຳພາ ກຳນົດທິດ, ສ້າງເງື່ອນໄຂເພື່ອໃຫ້ຄະນະຊາວໜຸ່ມປະຕິບັດບັນດາເນື້ອໃນ ການເຄື່ອນໄຫວເດືອນຊາວໜຸ່ມເວົ້າສະເພາະ ແລະ ໃນວຽກງານຊາວໜຸ່ມເວົ້າລວມ. ຂ້າພະເຈົ້າຝາກຄວາມຫວັງຕໍ່ບັນດາຂະບວນການເຄື່ອນໄຫວຂອງຊາວໜຸ່ມໃນເດືອນຊາວໜຸ່ມປີ 2016 ມີສ້າງຂີດໝາຍໃໝ່ຫຼາຍຢ່າງ ແລະ ບັນລຸບັນດາໝາກຜົນອັນດີງາມ ”