(vovworld) - ວັນທີ 25/09, ທ່ານປະທານາທິບໍດີຕວກກີ Tayyip Erdogan ຖະແຫຼງວ່າ, ປະເທດນີ້ຢາກພ້ອມກັບອາເມລິກາ ເຂົ້າຮ່ວມບັ້ນຮົບການທະຫານລວມ ເພື່ອແນໃສ່ບຸກໂຈມຕີກຸ່ມລັດອິດສະລາມ (IS) ອ້າງຊື່ເອງ ໃຫ້ຖອນອອກຈາກເຮືອນຮັງເຊິ່ງ IS ພວມຄວບຄຸມຢູ່ນະຄອນ Raqqua, ຊີຣີ, ແຕ່ດ້ວຍເງື່ອນໄຂທີ່ວ່າ ອາເມລິກາ ຕ້ອງປັດເຂ່ຍກຳລັງຊາວ Kurd ອອກຈາກບັນດາການເຈລະຈາ. ປະຈຸບັນ, ການພົວພັນລະຫວ່າງອາເມລິກາ ແລະ ຕວກກີ ມີໄພເຄັ່ງຕຶງ ກ່ຽວຂ້ອງເຖິງເລື່ອງອາເມລິກາ ໜູນຫຼັງກຳລັງຊາວ Kurd ເຂົ້າຮ່ວມບັ້ນຮົບຕ້ານພວກ IS. ທ່ານປະທານາທິບໍດີ Tayyip Erdogan ໄດ້ກ່າວຫາ ອາເມລິກາ ສະໜອງອາວຸດຕື່ມອີກໃຫ້ກຳລັງຊາວ Kurd ຢູ່ພາກເໜືອຊີຣີ ແລະ ຈັດສົ່ງເຮືອບິນຂົນສົ່ງອາວຸດໃຫ້ກຳລັງນີ້.