ຕອນເຊົ້າວັນທີ 24 ສິງຫາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19

(VOVWORLD) -  ລາຍການຂ່າວອອກອາກາດໃນເວລາ 6 ໂມງເຊົ້າຂອງວັນທີ 24 ສິງຫາ ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 23 ສິງຫາຮອດເວລາ 6 ໂມງຂອງວັນທີ 24 ສິງຫາ ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19. 
ຕອນເຊົ້າວັນທີ 24 ສິງຫາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 - ảnh 1ພາບປະກອບ / dangcongsan.vn

  ມາຮອດປະຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 568 ໃນຈຳນວນ 1016 ຄົນຢູ່ ຫວຽດນາມ ໄດ້ຮັບການປະກາດປິ່ນປົວຫາຍດີເປັນປົກກະຕິ. ຈຳນວນຜູ້ເສຍຊີວິດແມ່ນ 27 ຄົນ. ຜູ້ເສຍຊີວິດນັ້ນ ສ່ວນຫລາຍແມ່ນຜູ້ມີອາຍຸສູງ ຫຼື ເປັນພະຍາດເຈັບໜັກ.

        ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ໄລ່ຮອດວັນທີ 23 ສິງຫາ, ແຂວງ ກ໋ວາງຫງາຍ ກໍ່ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນເປັນເວລາ 15 ມື້ຕິດຕໍ່ກັນແລ້ວ. ເຖິງຢ່າງໃດກໍ່ຕາມ, ຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແຂວງ ກ໋ວາງຫງາຍ ກໍ່ຍັງບໍ່ທັນຕັດສິນໃຈຜ່ອນຜັນການແຍກຫ່າງໃນສັງຄົມ ຍ້ອນຄວາມສ່ຽງຕິດແປດຍັງສູງຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ