ຕະຫຼາດແຫ່ງໜຶ່ງຢູ່Nigeriaຖືກບຸກໂຈມຕີ,ເຮັດໃຫ້25ຄົນເສຍຊີວິດ
ເຫດວາງລະເບີດໂບດແຫ່ງໜຶ່ງ
(ພາບປະກອບຈາກdantri.com.vn)
(vovworld) – ຢ່າງໜ້ອຍສຸດມີແມ່ຄ້າ 25 ຄົນເສຍຊີວິດໃນການບຸກໂຈມຕີຢູ່ຕະຫຼາດແຫ່ງໜຶ່ງຢູ່ບ້ານ Daku, ຂຶ້ນກັບເຂດ Askir Uba, ລັດ Borno ໃນວັນທີ 15/6. ຕາມບັນດາຕົວພະຍານແລ້ວ, ການບຸກໂຈມຕີໄດ້ຮັບຖືວ່າແມ່ນຍ້ອນກຸ່ມຊາວມຸດສະລິມຫົວຮຸນແຮງ Boko Haram ປະຕິບັດ. ກຳລັງບຸກໂຈມຕີໄດ້ຂີ່ລົດໂອໂຕ ແລະ ລົດຈັກເຂົ້າຕະຫຼາດ, ຍິງປືນກວາດ ແລະ ປຸ້ນສະດົມຢູ່ຮ້ານຕ່າງໆ. ນອກຈາກ 25 ຄົນເສຍຊີວິດແລ້ວກໍ່ ຍັງມີຫຼາຍຄົນຮັບບາດເຈັບ.
Nigeria ແມ່ນປະເທດມີພົນລະເມືອງຫຼາຍທີ່ສຸດຢູ່ ອາບຟຣີກາ, ພວມຕ້ອງປະເຊີນໜ້າກັບການທ້າທາຍຢ່າງຮ້າຍແຮງທີ່ສຸດນັ້ນແມ່ນກຸ່ມຊາວມຸດສະລິມ Boko Haram. ໃນ 3 ເດືອນຜ່ານມາ, ມີປະຊາຊົນນັບຮ້ອຍຄົນເສຍຊີວິດໃນບັນດາການບຸກໂຈມຕີຂອງກຸ່ມນີ້ຢູ່ 3 ລັດທາງທິດຕາເວັນອອກສ່ຽງເໜືອ Nigeria ແລະ ສະເພາະໃນເດືອນ 5 ຜ່ານມາໄດ້ມີກ່ວາ 100 ຄົນຖືກເຂັ່ນຂ້າ.