ຖະຫນົນປື້ມນະຄອນໂຮ່ຈິມີນນຳເຂົ້າເຄື່ອນໄຫວຢ່າງເປັນທາງການ

ຖະຫນົນປື້ມນະຄອນໂຮ່ຈິມີນນຳເຂົ້າເຄື່ອນໄຫວຢ່າງເປັນທາງການ - ảnh 1
​ຖະ​ຫນົນ​ປື້ມ​
ພາບ:saigontime

(vovworld)-​ຖະ​ຫນົນ​ປື້ມ​ນະ​ຄອນ​ໂຮ່​ຈິ​ມີນ​ນຳ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາ​ງ​ການ​ໃນ​ຕອນ​ບ່າຍ​ວັນ​ທີ 9/1 ຢູ່​ຖະ​ຫນົນ ຫງວຽນ​ວັນ​ບີງ ເມືອງ 1 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສຳ​ນັກ​ພິມ​ຈຳ​ຫນ່າຍປື້ມ​ເກືອບ 20 ແຫ່ງ. ຖະ​ຫນົນ​ປື້ມນີ້​ມີ​ຮ້ານ​ຂາຍ​ປື້ມກວ່າ 20  ຮ້ານ ບໍ່​ພ​ຽງ​ແຕ່​ແມ່ນ​ບ່ອນ​ເພື່ອ​ໃຫ້​ບັນ​ດາ​ຫົວ​ຫນ່ວຍ​ແນະ​ນຳ, ດຳ​ເນີນ​ທຸ​ລະ​ກິດ, ແລກ​ປ່ຽນ​ປື້ມ, ບັນ​ດາ​ສິ່ງ​ພິມ​ວັດ​ທະ​ນະ​ທຳ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​ຈັດ​ຕັ້ງ​ບັນ​ດາ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ ​ເພື່ອ​ໃຫ້​ຜູ້​ເຮັດ​ວຽກ​ງານ​ພິມ​ຈຳ​ຫນ່າຍ​ປື້ມ ມີ​ເງື່ອນ​ໄຂ​ສຳ​ພັດ ເພື່ອ​ເຂົ້າ​ໃຈ​ແຈ້ງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ອ່ານອີກ​ດ້ວຍ.

 

 

ຂ່າວ/ບົດ​ອື່ນ