ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານນາຍົກ
ລັດຖະມົນຕີ ນິວເຊີແລນJohn Key
|
(vovworld)-ຫວຽດນາມ ແລະ ນິວເຊີແລນ ໄດ້ອອກຖະແຫລງການຮ່ວມ ກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ນິວເຊີແລນ John Key ແຕ່ວັນທີ 14-17/11. ຖະແຫລງການຮ່ວມໃຫ້ຮູ້ວ່າ ໃນໄລຍະຢ້ຽມຢາມຫວຽດນາມ, ທ່ານນາຍົກລັດຖະມົນຕີ ນິວເຊີແລນ John Key ໄດ້ເຈລະຈາກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ປະທານປະເທດ ເຈືອງເຕີນຊາງ ແລະ ປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ.
ທີ່ການເຈລະຈາ, ສອງຝ່າຍໃຫ້ຄຳໝັ້ນສັນຍາສະຫນັບສະຫນູນ ແລະ ສົ່ງເສີມວິສາຫະກິດສອງປະເທດ ເພີ່ມທະວີການຊອກຫາບັນດາກາລະໂອກາດຮ່ວມມືໃຫມ່, ມຸ່ງໄປເຖິງບັນລຸຄາດໝາຍວົງເງິນການຄ້າສອງຝ່າຍ 1,7 ຕື້ USD ໃນປີ 2020. ນິວເຊີແລນ ໃຫ້ຄຳໝັ້ນສັນຍາ ສະຫນັບສະຫນູນຫວຽດນາມ ຈັດຕັ້ງກອງປະຊຸມ APEC ໃນປີ 2017 ສຳເລັດຜົນ. ສອງຝ່າຍຢືນຢັນຄືນບັນດາຄຳໝັ້ນສັນຍາຕໍ່ບັນດາເວທີປາໄສພາກພື້ນອາຊຽນ. ສອງຝ່າຍເນັ້ນຫນັກເຖິງຄວາມສຳຄັນຂອງບັນດາຝ່າຍໃນການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ສອງຝ່າຍເຫັນດີສືບຕໍ່ທາບທາມຄຳເຫັນ ແລະ ຮ່ວມມືຢ່າງແຫນ້ນແຟ້ນໃນບັນດາບັນຫາສາກົນທີ່ສຳຄັນ.
ການນຳສອງປະເທດ ຜ່ານບັນດາຂໍ້ລິເລີ່ມ: ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ, ຜັນຂະຫຍາຍປະສິດທິຜົນແຜນການຍຸດທະສາດກ່ຽວກັບການຮ່ວມມືການສຶກສາ, ສ້າງເງື່ອນໄຂໃຫ້ນັກສຶກສາຫວຽດນາມ ເຂົ້າຮ່ວມບັນດາລາຍການສຶກສາຄຸນນະພາບສູງຢູ່ ນິວເຊີແລນ ພ້ອມທັງ ຊຸກຍູ້ບັນດາຂໍ້ລິເລີ່ມເພີ່ມທະວີການເຊື່ອມຕໍ່ປະຊາຊົນສອງປະເທດ.