ຖະແຫລງການຮ່ວມຫວຽດນາມ-ໂມຊຳບີກ
ປະທານປະເທດຫວຽດນາມ ເຈືອງເຕີນຊາງຢ້ຽມຢາມໂມຊຳບີກ
|
(vovworld)- ພາຍຫລັງສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງ ໂມຊຳບີກ ຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ, ສອງຝ່າຍໄດ້ອອກຖະແຫລງການຮ່ວມໃຫ້ຮູ້ວ່າ: ການນຳສອງທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ເຮັດໃຫ້ການຮ່ວມມືໃນບັນດາຂົງເຂດຄື: ກະສິກຳ, ລ້ຽງປູກສິນໃນນ້ຳ, ການຂົນສົ່ງທາງທະເລ, ການບິນ, ການສຶກສາບຳລຸງສ້າງ, ສາທາລະນະສຸກ, ວິທະຍາສາດເຕັກໂນໂລຊີ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບກໍຄືແລກປ່ຽນບົດຮຽນແກ້ໄຂຜົນຮ້າຍຈາກໄພທຳມະຊາດ. ສອງຝ່າຍເຫັນດີ ສົ່ງເສີມວິສາຫະກິດສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືໃນບັນດາຂົງເຂດ ແລະ ນຳວົງເງິນການຄ້າສອງສົ້ນລື່ນກາຍ 500 ລ້ານ USD ໃນໄລຍະ 5 ປີຈະມາເຖິງ. ໂມຊຳບີກ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂສະດວກ ແລະ ຫນູນຊ່ວຍບັນດາວິສາຫະກິດຂອງຫວຽດນາມ ມາລົງທຶນ, ດຳເນີນທຸລະກິດຢູ່ ໂມຊຳບີກ. ຖະແຫລງການຊີ້ແຈ້ງວ່າ ສອງຝ່າຍປາດຖະຫນາຢາກເພີ່ມທະວີກົນໄກທາບທາມຄຳເຫັນ ແລະ ປະສານສົມທົບບັນດາບັນຫາຫລາຍຝ່າຍ ປົກປ້ອງຜົນປະໂຫຍດຂອງບັນດາປະເທດພວມພັດທະນາ ແລະ ຊຸກຍູ້ການພັດທະນາຢ່າງຍຸຕິທຳກວ່າ. ຫວຽດນາມ ຕີລາຄາສູງເລື່ອງ ໂມຊຳບີກ ໄດ້ ແລະ ພວມສະຫນັບສະຫນູນຫວຽດນາມ ຢູ່ ສປຊ ແລະ ໃນບັນດາອົງການສາກົນ. ສອງຝ່າຍເນັ້ນຫນັກຢ່າງແຮງເຖິງຄວາມຕັດສິນໃຈສືບຕໍ່ຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ. ບົນຈິດໃຈນັ້ນ ສອງຝ່າຍຢືນຢັນຄວາມສຳຄັນຂອງການແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ.