ຖ້າຫາກ ອາເມລິກາ ສືບຕໍ່ນະໂຍບາຍປໍລະປັກ ຈະບໍ່ມີການປອດນິວເຄຼຍ ຢູ່ ແຫຼມເກົາຫຼີ
(VOVWORLD) -ການນຳ ກິມຈອງອູນ ໄດ້ຕຳໜິຕິຕຽນທ່າທີການເຈລະຈາຂອງ ອາເມລິກາ, ພ້ອມທັງຖະແຫຼງວ່າ ຖ້າຫາກ ອາເມລິກາ ສືບຕໍ່ນະໂຍບາຍປໍລະປັກກັບປະເທດນີ້ ຈະບໍ່ມີການປອດນິວເຄຼຍ ຢູ່ ແຫຼມເກົາຫຼີ.
ວັນທີ 31 ທັນວາ, ຢູ່ພຽງຢາງ ໄດ້ດຳເນີນພິທີປິດ ກອງປະຊຸມສູນກາງຄັ້ງທີ 5 ສະໄໝທີ 7 ຂອງພັກແຮງງານ ສປປ.ເກົາຫຼີ. ກ່າວຄຳເຫັນນະທີນີ້, ການນຳ ກິມຈອງອູນ ໄດ້ຕຳໜິຕິຕຽນທ່າທີການເຈລະຈາຂອງ ອາເມລິກາ, ພ້ອມທັງຖະແຫຼງວ່າ ຖ້າຫາກ ອາເມລິກາ ສືບຕໍ່ນະໂຍບາຍປໍລະປັກກັບປະເທດນີ້ ຈະບໍ່ມີການປອດນິວເຄຼຍ ຢູ່ ແຫຼມເກົາຫຼີ.
ທ່ານ ກິມຈອງອູນ ຢັ້ງຢືນວ່າ ສປປ.ເກົາຫຼີ ຈະບໍ່ເອື້ອອຳນວຍໃຫ້ ອາເມລິກາ ສວຍໃຊ້ການເຈລະຈາ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເພື່ອບັນລຸໄດ້ເປົ້າໝາຍສະເພາະຂອງ ອາເມລິກາ; ສປປ.ເກົາຫຼີ ຈະບໍ່ເພື່ອຈຸດປະສົງທາງດ້ານເສດຖະກິດ ເຊິ່ງຈະປະລະຄວາມໝັ້ນຄົງໃນອະນາຄົດ. ສປປ.ເກົາຫຼີ ຈະສືບຕໍ່ພັດທະນາອາວຸດຍຸດທະສາດໃໝ່ ເພື່ອແນໃສ່ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ເຖິງຢ່າງໃດກໍຕາມ ກໍຈະອີງໃສ່ຫຼັກໝັ້ນຂອງ ອາເມລິກາ ເພື່ອດັດປັບລະດັບກໍຄືຂອບເຂດຂອງການນາບຂູ່.