ທູດພິເສດຂອງສະຫະປະຊາຊາດກ່ຽວກັບຊີຣີໄດ້ໄປDamascusໂດຍບັງເອີ້ນ
ທູດພິເສດຂອງສະຫະປະຊາຊາດກ່ຽວກັບຊີຣີ ທ່ານ Staffan de Mistura
(ພາບປະກອບ: baomoi)
(vovworld) – ຄ່ຳຄືນວັນທີ 15/02 ຕາມເວລາທ້ອງຖິ່ນ, ທູດພິເສດຂອງສະຫະປະຊາຊາດກ່ຽວກັບຊີຣີ ທ່ານ Staffan de Mistura ໄດ້ໄປຢ້ຽມຢາມນະຄອນຫຼວງ Damascus ຂອງຊີຣີ ໂດຍບັງເອີ້ນ. ຕາມແຜນການ, ທ່ານ Mistura ມີການພົບປະກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຊີຣີ Walis al Muallem ໃນວັນທີ 16/02 ເພື່ອປຶກສາຫາລືການເຊື່ອມຕໍ່ການເຈລະຈາສັນຕິພາບກ່ຽວກັບຊີຣີ ຢູ່ເຊີແນວ, ປະເທດສະວິດ ໃນວັນທີ 25/02 ຈະມາເຖິງ, ໃນນັ້ນມີບັນດາບັນຫາທີ່ມີລັກສະນະເປັນລະບຽບການ. ການຢ້ຽມຢາມຂອງທູດພິເສດ Mistura ຖືກດຳເນີນພາຍຫຼັງບັນດາປະເທດມະຫາອຳນາດໃນໂລກຮຽກຮ້ອງການຢຸດຍິງ ແລະ ຜັນຂະຫຍາຍວຽກງານຊ່ວຍເຫຼືອມະນຸດສະທຳໃນທົ່ວປະເທດຊີຣີ.