ງານບຸນວັດບ້າຍດິ້ງ ຢູ່ແຂວງນິງບິງ
|
Vovworld- ວັນທີ 15/2, ກົງກັບວັນທີ 6 ຂອງບຸນເຕັດຫວຽດນາມ, ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດໄດ້ພ້ອມກັນຈັດຕັ້ງງານບຸນຍາມຕົ້ນລະດູບານໃໝ່ຢ່າງຟົດຟື້ນມ່ວນຊື່ນ. ຢູ່ພາກເໜືອ, ບັນດາ ພະສົງສຳມະເນັນ, ພໍ່ແມ່ພີນ້ອງຊາວພຸດ, ແຂກທີ່ມາຈາກສາລະທິດໄດ້ມາຮ່ວມງານບຸນວັດບ້າຍດິ້ງ ຢູ່ແຂວງນິງບິງ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕີກອງໄຂງານບຸນ ແລະ ພ້ອມກັບແຂກທັງຫຼາຍເຂົ້າຮ່ວມພິທີປ່ອຍນົກກັບຄືນສູ່ທຳມະຊາດ, ພາວະນາໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນມີຄວາມອີ່ມໜຳສຳລານ ແລະ ສົມບູນພຸນສຸກ.
ໃນຂະນະດຽວກັນຢູ່ຕາແສງດ້ອຍເຊີນ, ເມືອງຢີຕຽນ ແຂວງ ຮ່ານາມ ໄດ້ດຳເນີນງານປະກວດແຕ້ມປະດັບປະດາຄວາຍ. ມາຮ່ວມງານປະກວດ, ຜູ້ຊົມຈະມີຄວາມປະທັບໃຈຍ້ອນຄວາຍຫຼາຍໂຕໄດ້ຮັບການແຕ້ມປະດັບປະດາຢ່າງສວຍງາມ ແລະ ເປັນເອກະລັກສະເພາະ. ປ້າ ຫງວຽນທິເຫີ້ຍ ຢູ່ຕາແສງ ຮ່າຍບາຈຶງ ນະຄອນຝູຫຼີ ແຂວງ ຮ່ານາມໃຫ້ຮູ້ວ່າ :
“ ຢູ່ທ້ອງຖິ່ນຕ່າງໆ, ລ້ວນແຕ່ມີງານບຸນຄ້າຍຄືກັນ, ແຕ່ຂ້າພະເຈົ້າຍັງບໍ່ທັນໄດ້ເຫັນວ່າຢູ່ແຫ່ງໃດພັດມີງານບຸນ ແຕ້ມປະດັບປະດາຄວາຍເຊັ່ນນັ້ນ. ຕາມການເລົ່າຂານກັນມາວ່າ : ແຕ່ກີ້ແຕ່ກ່ອນ, ມີເຈົ້າຊີວິດມານີ້ໄຖນາ, ດັ່ງນັ້ນພຽງແຕ່ຢູ່ແຫ່ງນີ້ຈຶ່ງມີເທົ່ານັ້ນ. ບັນດາລວດລາຍດ້ານຈິດຕະກຳລ້ວນແຕ່ມີລັກສະນະພື້ນເມືອງ, ມັນມີຄວາມງາມແບບພິເສດ ແລະ ບໍ່ຄືກັບຄວາຍຢູ່ຕາມທົ່ງນາໃນມື້ທຳມະດາ. ”
ຢູ່ແຂວງ ອຽນບ້າຍ, ໄດ້ດຳເນີນງານບຸນໃຫຍ່ຕ່າງໆໃນຂອບເຂດລາຍການທ່ອງທ່ຽວມຸ່ງໄປສູ່ກົກເຄົ້າເຫງົ້າກໍ ໂດຍ 3 ແຂວງ ອຽນບ້າຍ, ຟູ້ເຖາະ ແລະ ລາວກາຍສົມທົບກັນຈັດຂຶ້ນ. ທ່ານນາງ ນົງທິມິນ ຮອງປະທານຄະນະກຳມະການປະຊາຊົນເມືອງ ວັນອຽນ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າໄດ້ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳພື້ນເມືອງ ເພື່ອຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຄື ຂີ່ຊິງຊາ, ໂຍນໝາກຄອນ, ຕີມວຍປ້ຳ, ດຶງເຊືອກ ແລະ ຈັດການແຂ່ງຂັນກິລາບານສົ່ງ. ການເຄື່ອນໄຫວເຫຼົ່ານັ້ນ ໄດ້ດຶງດູດພໍ່ແມ່ພີນ້ອງຢູ່ອ້ອມເຂດ ແລະ ແຂກທ່ອງທ່ຽວມາຊົມເບິ່ງຢ່າງຫຼວງຫຼາຍ ”
ສ່ວນຢູ່ໝູ່ບ້ານຖູເລ້, ເມືອງກວາງດຽນ ແຂວງເທື່ອທຽນເຫ້ວ ໄດ້ຈັດງານແຂ່ງຂັນມວຍປ້ຳພື້ນເມືອງອັນໄດ້ດຶງດູດພໍ່ແມ່ພີນ້ອງຢູ່ອ້ອມເຂດ ແລະ ແຂກທ່ອງທ່ຽວມາຊົມເບິ່ງຢ່າງຫຼວງຫຼາຍ. ລຸງ ໂງເທີ່ຍຟອງ ຊາວບ້ານຖູເລ້, ເມືອງກວາງດຽນ ແຂວງເທື່ອທຽນເຫ້ວ ໃຫ້ຮູ້ວ່າ :
“ ໃນວັນທີ 6 ເດືອນຈຽງໄລ່ຕາມຈັນທະປະຕິທິນແຕ່ລະປີ, ຊາວບ້ານໄດ້ຈັດພິທີໄຫວ້ບູຊາຍາມຕົ້ນລະດູບານໃໝ່ເພື່ອ ພາວະນາໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນມີສຸຂະພາບເຂັ້ມແຂງ, ມີຄວາມອີ່ມໜຳສຳລານ ແລະ ສົມບູນພຸນສຸກ. ຖັດຈາກນັ້ນ ແມ່ນຈະຈັດງານແຂ່ງຂັນມວຍປ້ຳພື້ນເມືອງ ເພື່ອເປັນການຝຶກແອບສຸຂະພາບຮ່າງກາຍໃຫ້ແກ່ຊາວບ້ານ ”