ພາບປະກອບ
|
(vovworld) – ວັນທີ 29/2, ກຳມາທິການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນນະຄອນ ເກີນເທີ ໄດ້ຈັດຕັ້ງກອງປະຊຸມເພື່ອແນໃສ່ຕີລາຄາສະພາບການວຽກງານກະກຽມການເລືອກຕັ້ງ ສສຊ ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນຢູ່ນະຄອນ ເກີນເທີອາຍຸການ 2016 – 2021. ຕາມກຳມາທິການເລືອກຕັ້ງນະຄອນ ເກີນເທີ ແລ້ວ, ບັນດາອະນຸກຳມະການຄື: ອະນຸກຳມະການປ້ອງກັນໂຄສະນາເຜີຍແຜ່, ອະນຸກຳມະການຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ…ໄດ້ສ້າງແຜນການກ່ຽວກັບວຽກງານການເລືອກຕັ້ງແລ້ວ. ທ່ານ ຟ້າມວັນຫຽວ, ຫົວໜ້າຄະນະເລືອກຕັ້ງນະຄອນ ເກີນເທີ, ຮຽກຮ້ອງໃຫ້ບັນດາສະມາຊິກຂອງກຳມາທິການເລືອກຕັ້ງ, ອະນຸກຳມະການຕ່າງໆ ຈັດຕັ້ງຜັນຂະຫຍາຍແຜນການທີ່ໄດ້ຈັດແບ່ງ, ສ້າງແຜນການກວດກາລະອຽດຢູ່ບັນດາຕາແສງ, ເທດສະບານແຕ່ເວລານີ້ຕະຫຼອດຮອດການເລືອກຕັ້ງໃຫ້ບັນລຸຜົນສຳເລັດ, ກະກຽມພື້ນຖານດ້ານວັດຖຸ ແລະ ຍານພາຫະນະຮັບໃຊ້ການເລືອກຕັ້ງເປັນຢ່າງດີບົນຈິດໃຈປະຢັດ.
ແລະກໍ່ໃນວັນດຽວກັນ, ທ່ານ ຫງວຽນວັນດອກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຊີ້ນຳການເລືອກຕັ້ງແຂວງ ກວາງນີງ ໄດ້ຮຽກຮ້ອງ ບັນດາທ້ອງຖິ່ນພາຍໃນແຂວງສ້າງແຜນຮ່າງບຸກຄະລາກອນໃຫ້ຖືກກັບບັນດາຂໍ້ກຳນົດຂອງສູນກາງເພື່ອຮັບປະກັນປະຕິບັດຂໍ້ກຳນົດຕ່າງໆຢ່າງຖືກຕ້ອງ.
ຄະນະກຳມະການແນວໂຮມປະເທດຊາດແຂວງ ດັກລັກ, ບີ່ງເຟືອກ ກໍຈັດຕັ້ງກອງປະຊຸມແນະນຳເນື້ອໃນ, ລະບຽບການ, ຂັ້ນຕອນແນະນຳຜູ້ອອກສະໝັກເລືອກຕັ້ງເປັນ ສສຊ ຊຸດທີ 14 ແລະ ສະມາຊິກສະພາປະຊາຊົນແຂວງ ອາຍຸການ 2016 – 2021.