(vovworld) – ທີ່ການຕ້ອນຮັບຜູ້ອຳນວຍການທະນາຄານໂລກໃນຕອນບ່າຍວັນທີ 23/07, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຂອບໃຈທ່ານນາງ Victoria Kwakwa ໃນໄລຍະຜ່ານມາໄດ້ຕັ້ງໜ້າຂົນຂວາຍເພື່ອໃຫ້ຫວຽດນາມ ສືບຕໍ່ຮັກສາແຫຼ່ງທຶນກູ້ຢືມບຸລິມະສິດຈາກສະຫະມາຄົມພັດທະນາສາກົນສັງກັດທະນາຄານໂລກ (ທຶນ IDA), ໂດຍສະເພາະແມ່ນແຫຼ່ງເງິນລົງທຶນ, ພັດທະນາພື້ນຖານໂຄງລ່າງ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ. ຕີລາຄາສູງຍຸດທະສາດຄູ່ຮ່ວມມືແຫ່ງຊາດຫວຽດນາມ - ທະນາຄານໂລກໄລຍະ 2012 – 2016 ແລະ ເລື່ອງທະນາຄານໂລກໄດ້ສະຫງວນຈຳນວນເງິນກູ້ຢືມບຸລິມະສິດ 4,2 ຕື້ USD ໃຫ້ແກ່ຫວຽດນາມ, ທ່ານນາງຮອງປະທານສະພາແຫ່ງຊາດເຊື່ອໝັ້ນວ່າ ການພົວພັນອັນດີງາມລະຫວ່າງຫວຽດນາມ ແລະ ທະນາຄານໂລກ ຈະສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນກວ່າອີກ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ທະນາຄານໂລກ ສືບຕໍ່ບັນດາການເຄື່ອນໄຫວທີ່ປຶກສາດ້ານນະໂຍບາຍພັດທະນາເສດຖະກິດ, ສັງຄົມໃຫ້ແກ່ຫວຽດນາມ, ປະກອບສ່ວນຊ່ວຍຫວຽດນາມ ສຳເລັດບັນດາຄາດໝາຍພັດທະນາຮອດປີ 2020 ຜ່ານການເຄື່ອນໄຫວທີ່ປຶກສາ ແລະ ສະເໜີນະໂຍບາຍ, ສະໜອງບົດຮຽນສາກົນໃນຂົງເຂດສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ, ໜູນຊ່ວຍວຽກງານຄົ້ນຄວ້າ ເປັນເສນາທິການນະໂຍບາຍຂອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການ.
ແບ່ງປັນກັບທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່ຽວກັບບັນດາການເຄື່ອນໄຫວຂອງທະນາຄານໂລກ, ທ່ານນາງ Victoria Kwakwa ຢືນຢັນວ່າ ທະນາຄານໂລກ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນວິວັດການພັດທະນາ, ຮ່ວມມືກັບບັນດາອົງການຂອງສະພາແຫ່ງຊາດຫວຽດນາມ ຢ່າງມີປະສິດທິຜົນ ເພື່ອແນໃສ່ຍົກສູງຄວາມສາມາດຄຸ້ມຄອງ ແລະ ສ້າງກົດໝາຍ.