ທ່ານ ທອງລຸນ ສີສຸລິດ ເຂົ້າຢ້ຽມຂຳ່ນັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
(ພາບ: Trí Dũng/TTXVN)
(vovworld)- ຕອນບ່າຍວັນທີ 17/5, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ໄດ້ເດີນທາງອອກຈາກ ນະຄອນ ໂຮ່ຈິມີນ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງຈົບງາມ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ໃນຂອບເຂດການຢ້ຽມຢາມຫວຽດນາມ ແຕ່ວັນທີ 15-17/5, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ປະທານປະເທດ ເຈີນດ້າຍກວາງ, ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ. ທີການພົບປະຄັ້ງຕ່າງໆນັ້ນ, ສອງຝ່າຍໄດ້ຢືນຢັນຄວາມຕັດສິນໃຈຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ສືບຕໍ່ຮັກສາ, ພັດທະນາສາຍພົວພັນບໍລິສຸດຜຸດຜ່ອງ, ສາມັກຄີແບບພິເສດ ຫວຽດນາມ - ລາວ. ສອງຝ່າຍຢືນຢັນເພີ່ມທະວີການພົວພັນດ້ານການເມືອງ, ການທູດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບກໍຄືການຮ່ວມມືໃນບັນດາຂົງເຂດເສດຖະກິດການຄ້າ, ການລົງທຶນ. ສອງຝ່າຍເຫັນດີ ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືສຳຄັນຊື່ງສອງປະເທດໄດ້ລົງນາມໃນປີ 2015 ຢ່າງມີປະສິດທິຜົນ. ສອງຝ່າຍເຫັນດີສືບຕໍ່ຍົກສູງຄຸນນະພາບການຮ່ວມມືໃນຂົງເຂດການບຳລຸງສ້າງ ແລະ ພັດທະນາແຫລ່ງຊັບພະຍາກອນມະນຸດ, ສົມທົບກັນຢ່າງແຫນ້ນແຟ້ນ ແລະ ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ສົມທົບກັນຢ່າງແຫນ້ນແຟ້ນນຳກັນ ແລະ ກັບບັນດາປະເທດ, ບັນດາອົງການສາກົນໃນການຄຸ້ມຄອງ, ນຳໃຊ້ແຫລ່ງນ້ຳ ແມ່ນ້ຳຂອງແບບຍືນຍົງ ແລະ ມີປະສິດທິຜົນ.