ທ່ານນາຍົກລັດຖະມົນຕີ ສີລັງກາ Ranil Wickremesinghe
ພາບ:congly
|
(vovworld)- ວັນທີ 16/4, ທ່ານນາຍົກລັດຖະມົນຕີ ສີລັງກາ Ranil Wickremesinghe ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 16-19/4/2017 ຕາມຄຳເຊີນຂອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ການຢ້ຽມຢາມຫວຽດນາມ ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ສີລັງກາ ແລະ ພັນລະຍາ ເພື່ອຊຸກຍູ້ບັນດາຂົງເຂດຮ່ວມມື ຊື່ງສີລັງກາ ສົນໃຈຄື: ການຄ້າ, ການລົງທຶນ, ໂທລະຄົມມະນາຄົມ, ລ້ຽງ, ປູກສິນໃນນ້ຳ, ວັດສະດຸກໍ່ສ້າງ.. ສອງຝ່າຍກໍຈະແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.