ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຍົກອອກ7ມາດຕະການປະຕິບັດຄວາມສະເຫມີພາບລະຫວ່າງຍິງຊາຍຢູ່ຫວຽດນາມ
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກແລະບັນດາຜູ້ແທນໄດັຮັບ
ລາງວັນKovalevskaia ປີ 2016
|
(vovworld)- ໃນລາຍການຄວາມເອກອ້າງທະນົງໃຈຂອງແມ່ຍິງຫວຽດນາມ ແລະ ມອບລາງວັນ Kovalevskaia ປີ 2016 ໂດຍສະຫະພັນແມ່ຍິງຫວຽດນາມ ຈັດຕັ້ງໃນຕອນຄ່ຳວັນທີ 7/3 ເນື່ອງໃນໂອກາດສະເຫລີມສະຫລອງ 107 ປີ ແຫ່ງວັນແມ່ຍິງສາກົນ 8/3 ແລະ ສະເຫລີມສະຫລອງ 1977 ປີແຫ່ງວັນລຸກຮື້ຂຶ້ນຂອງ 2 ພະນາງຈືງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາໄດ້ເຂົ້າຮ່ວມ ແລະ ເປັນຄັ້ງທຳອິດທ່ານນາຍົກລັດຖະມົນຕີໂອ້ລົມສົນທະນາໂດຍກົງກັບບັນດາຜູ້ແທນແມ່ນແມ່ຍິງ. ເປີດສາກການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງຄຳອວຍພອນອັນດີງາມເຖິງບັນດາແມ່ຍິງໃນທົ່ວປະເທດເນື່ອງໃນໂອກາດວັນແມ່ຍິງສາກົນ 8/3 ແລະ ເຫດການສຳຄັນນັ້ນແມ່ນກອງປະຊຸມໃຫຍ່ຜູ້ແທນຍິງທົ່ວປະເທດຄັ້ງທີ 12 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 7/3. ທ່ານນາຍົກລັດຖະມົນຕີ ອວຍພອນ ແມ່ຍິງດີເດັ່ນ 100 ຄົນທີ່ໄດ້ຮັບການເຊີດຊູ, ບັນດາໝູ່ຄະນະ, ສ່ວນບຸກຄົນໄດ້ຮັບລາງວັນ Kovalevskaia. ນີ້ແມ່ນບັນດາແມ່ຍິງທີ່ມີຄວາມເກັ່ງກ້າສາມາດ, ມີພູມປັນຍາຕາງຫນ້າໃຫ້ແມ່ຍິງຫວຽດນາມ.
ເມື່ອຕອບຄຳຖາມຂອງບັນດາຜູ້ແທນຍິງກ່ຽວກັບເປົ້າໝາຍຄວາມສະເຫມີພາບລະຫວ່າງ ຍິງຊາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ດ້ວຍຈິດໃຈແມ່ນລັດຖະບານສ້າງສັນ, ກະທຳ, ລັດຖະບານຫວຽດນາມ ຈະມີບັນດາມາດຕະການບຸກທະລຸເພື່ອປະຕິບັດເປົ້າໝາຍຄວາມສະເຫມີພາບລະຫວ່າງ ຍິງຊາຍ, ປະກອບສ່ວນປະຕິບັດວິວັດການເພື່ອພັດທະນາແບບຍືນຍົງຮອດປີ 2030.
“ເພື່ອປະຕິບັດລາຍການນີ້ ຕ້ອງສ້າງໂຄງການດຳເນີນງານແຫ່ງຊາດ. ໄປຄຽງຄູ່ກັນນັ້ນແມ່ນຕ້ອງຜັນຂະຫຍາຍກົດໝາຍວ່າດ້ວຍຄວາມສະເຫມີພາບລະຫວ່າງຍິງຊາຍ. ຕ້ອງມີຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເຫມີພາບລະຫວ່າງຍິງຊາຍ, ສືບຕໍ່ສ້າງລະບົບກົດໝາຍຂອງຫວຽດນາມໃຫ້ສົມບູນແບບ ເພື່ອປະຕິບັດຄວາມສະເຫມີພາບລະຫວ່າງຍິງຊາຍ.”