ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມຫໍພິພິດຕະພັນແມ່ຍິງຫວຽດນາມ
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ຢ້ຽມຢາມຫໍພິພິດຕະພັນແມ່ຍິງຫວຽດນາມ)
(vovworld) - ເມື່ອໄປຢ້ຽມຢາມຫໍພິພິດຕະພັນແມ່ຍິງຫວຽດນາມ, ຕັ້ງຢູ່ໃຈກາງນະຄອນຮ່າໂນ້ຍ, ເຊິ່ງແມ່ນໜຶ່ງໃນຈຳນວນ 25 ຫໍພິພິດຕະພັນທີ່ສ້າງຄວາມດຶງດູດທີ່ສຸດຢູ່ອາຊີ, ຕອນບ່າຍວັນທີ 02/12, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນບົດບາດສຳຄັນຂອງແມ່ຍິງສຳລັບແຕ່ລະຄອບຄົວຂອງຫວຽດນາມ ກໍຄືສຳລັບການພັດທະນາຂອງປະເທດຊາດ. ໃນສັງຄົມທັນສະໄໝ, ບົດບາດຂອງແມ່ຍິງນັບມື້ນັບມີຄວາມສຳຄັນກວ່າ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ເລື່ອງຄະນະກຳມະການສະຫວ່າງລັດຖະບານ, ອົງການສຶກສາວິທະຍາສາດ ແລະ ວັດທະນະທຳສປຊ (UNESCO) ຫາກໍອອກມະຕິຮັບຮອງ “ການເຫຼື້ອມໄຊບູຊາເຈົ້າພະແມ່ຂອງຊາວຫວຽດນາມ” ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ, ບໍ່ພຽງແຕ່ແມ່ນເລື່ອງໂລກຮັບຮູ້ບັນດາປັດໃຈວັດທະນະທຳທີ່ເປັນມູນເຊື້ອເຂັ້ມຂົ້ນໄປດ້ວຍຊີສັນວັດທະນະທຳຫວຽດນາມ ເທົ່ານັ້ນ, ຫາກຍັງເປັນການຍົກສູງບົດບາດຂອງແມ່ຍິງຫວຽດນາມອີກດ້ວຍ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ຫໍພິພິດຕະພັນຫວຽດນາມ ສືບຕໍ່ປ່ຽນໃໝ່ດ້ານເນື້ອໃນ, ຄຸນນະພາບການວາງສະແດງ ເພື່ອແນະນຳໃຫ້ມະຫາຊົນຢູ່ພາຍໃນ ແລະ ຕ່າງປະເທດ.