ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມຄົບຄະນະກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງ

(VOVWORLD) -ຕອນເຊົ້າວັນທີ 27 ກັນຍາ ຢູ່ ນະຄອນ ເກີນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມຄົບຄະນະກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດແບບຍືນຍົງ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມຄົບຄະນະກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ

ນີ້ແມ່ນກອງປະຊຸມມີຂອບຂະຫນາດໃຫຍ່ສຸດນັບແຕ່ກອ່ນມາຮອດປະຈຸບັນ ເພື່ອແນໃສ່ສ້າງບັນດານະໂຍບາຍທີ່ມີລັກສະນະບຸກທະລຸຫັນສິ່ງທ້າທາຍເປັນກາລະໂອກາດ, ຫັນປ່ຽນຮູບແບບການພັດທະນາຕາມທິດຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນຳມາເຊິ່ງການທຳມາຫາກິນຍາວນານໃຫ້ແກ່ປະຊາຊົນເຂດທົ່ງພຽງແມ່ນ້ຳຂອງ. ກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ:

        “ລັດຖະບານ, ນາຍົກລັດຖະມົນຕີ ມີຄຳໝັ້ນສັນຍາວ່າ ດ້ວຍຄວາມຕັດສິນໃຈດ້ານການເມືອງຢ່າງສູງ, ສ້າງກົນໄກສະດວກ, ລະດົມການເຂົ້າຮ່ວມຂອງປະຊາຊົນທຸກຄົນ, ຂອງວິສາຫະກິດ ແລະ ບັນດາຄູ່ຮ່ວມມືສາກົນ ລະດົມແຫລ່ງກຳລັງທີ່ຈຳເປັນ. ຫັນບັນດາການກະທຳປະຕິບັດບັນດາຂໍ້ລິເລີ່ມ, ບັນດາຫນ້າທີ່, ມາດຕະການຈາກກອງປະຊຸມນີ້ໃຫ້ເປັນລະອຽດ ເພື່ອວິວັດການພັດທະນາເຂດທົ່ງພຽງແມ່ນ້ຳຂອງແບບຍືນຍົງດ້ວຍວິໄສທັດໝົດສະຕະວັດນີ້, ຫັນສິ່ງທ້າທາຍເປັນກາລະໂອກາດ, ເປັນເຈົ້າການໃນການຮັບມືກັບໄພນ້ຳຖ້ວມ.”

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ກອງປະຊຸມກຳນົດຢ່າງຈະແຈ້ງທຸກສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຊື່ງເຂດທົ່ງພຽງແມ່ນ້ຳຂອງພວມປະເຊີນຫນ້າ ແລະ ຕ້ອງຜ່ານຜ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ