ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເລີ່ມຕົ້ນການ
ຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ
(ພາບ: TTXVN)
(vovworld) – ເວລາ 9 ໂມງເຊົ້າຕາມເລລາ ມົດສະກູ (ໝາຍເຖິງ 13ໂມງຕາມເວລາຮ່າໂນ້ຍ) ວັນທີ 16/05, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຮອດສະໜາມບິນສາກົນ Vnukovo ຢູ່ນະຄອນຫລວງ ມົດສະກູ, ເລີ່ມຕົ້ນການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານາທິບໍດີ Vladimir Putin, ທ່ານນາຍົກລັດຖະມົນຕີ Dmitry Medvedev ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ລັດເຊຍ - ອາຊຽນ ຢູ່ນະຄອນ Sochi. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Igor Morgulov ຕາງໜ້າປະທານາທິບໍດີສະຫະພັນ ລັດເຊຍ ອອກຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ສະໜາມບິນ . ເຂົ້າຮ່ວມພິທີຕ້ອນຮັບ ຍັງມີບັນດາເຈົ້າໜ້າທີ່ລັດຖະບານສະຫະພັນ ລັດເຊຍ; ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນແທງເຊີນ ແລະ ບັນດາພະນັກງານສະຖານທູດ ຫວຽດນາມ ປະຈຳ ລັດເຊຍ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ລັດເຊຍ , ພວກນ້ອງນັກຮຽນ ຫວຽດນາມ ທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ສະຫະພັນ ລັດເຊຍ ເປັນຈຳນວນຫລວງຫລາຍ.
ນີ້ແມ່ນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ມັນມີຄວາມໝາຍໃຫຍ່ຫລວງໃນການຮັດແໜ້ນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ກ່ວາອີກ.