(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືມິດຕະພາບ ກັບກົດດີວົວ, ຖື ກົດດີວົວ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ ອາບຟຼິກກາ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ.ກົດດີວົວ Adama Bictogo (ພາບ: VGP) |
ຕອນບ່າຍວັນທີ 14 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ສ.ກົດດີວົວ Adama Bictogo ທີ່ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນຮ່ວມມືມິດຕະພາບ ກັບກົດດີວົວ, ຖື ກົດດີວົວ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ ອາບຟຼິກກາ. ສ່ວນທ່ານປະທານສະພາແຫ່ງຊາດກົດດີວົວ Adama Bictogo ກໍ່ຢັ້ງຢຶນວ່າ ກົດດີວົວຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຢູ່ອາຊີຕາເວັນອອກສ່ຽງໃຕ້, ທ່ານມີຄວາມຫວັງຢາກເພີ່ມທະວີການຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ, ເພື່ອແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນອັນຍິ່ງໃຫຍ່ລະຫວ່າງສອງປະເທດ.
ການນຳສອງທ່ານໄດ້ເຫັນດີເປັນເອກະພາບບັນດາມາດຕະການເພື່ອແນໃສ່ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ, ໃນນັ້ນເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການເຄື່ອນໄຫວພົບປະ, ແລກປ່ຽນຄະນະຜູ້ແທນ, ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ການຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນດ້ານເສດຖະກິດ, ຕັດສິນໃຈຍົກສູງວົງເງິນການຄ້າສອງຝ່າຍໃຫ້ຫຼາຍກ່ວາອີກ, ພ້ອມທັງສ້າງຄວາມສະດວກໃຫ້ແກ່ການເປີດກ້ວາງຕະຫຼາດຢູ່ແຕ່ລະປະເທດກໍ່ຄືຢູ່ອາບຟຼິກກາ ແລະ ອາຊີ.