ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມບັນດາກອງປະຊຸມຂັ້ນສູງ ອາຊຽນ + 1 ກັບບັນດາຄູ່ຮ່ວມມື ຈີນ ແລະ ສ.ເກົາຫຼີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ອາຊຽນ ແລະ ຈີນ ຍິ່ງກວ່າເວລາໃດໝົດຕ້ອງຍົກສູງການສ້າງຄວາມເຂັ້ມແຂງດ້ວຍຕົນເອງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມບັນດາກອງປະຊຸມຂັ້ນສູງ ອາຊຽນ + 1 ກັບບັນດາຄູ່ຮ່ວມມື ຈີນ ແລະ ສ.ເກົາຫຼີ - ảnh 1(ກອງປະຊຸມຂັ້ນສູງ ອາຊຽນ - ຈີນ ຄັ້ງທີ 27)

        ຕອນເຊົ້າວັນທີ 10 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມບັນດາກອງປະຊຸມຂັ້ນສູງອາຊຽນ + 1 ກັບບັນດາຄູ່ຮ່ວມມື ຈີນ ແລະ ສ.ເກົາຫຼີ.

        ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງ ອາຊຽນ - ຈີນ ຄັ້ງທີ 27, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ອາຊຽນ ແລະ ຈີນ ຍິ່ງກວ່າເວລາໃດໝົດຕ້ອງຍົກສູງການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຊຸກຍູ້ຄວາມຕິດພັນ ແລະ ເຊື່ອມຕໍ່ຢ່າງແໜ້ນແຟ້ນ, ຮອບດ້ານ, ກວມລວມ; ຍູ້ແຮງການເຊື່ອມຕໍ່ຍຸດທະສາດ, ໂດຍສະເພາະແມ່ນພື້ນຖານໂຄງລ່າງຍຸດທະສາດ, ພື້ນຖານໂຄງລ່າງຄົມມະນາຄົມ, ຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່; ຍູ້ໄວຄວາມຄືບໜ້າການເປີດປະຕູຕະຫຼາດ, ພ້ອມທັງນຳໃຊ້ບັນດາຜົນງານດ້ານວິທະຍາສາດ - ເຕັກໂນໂລຊີ, ຍູ້ແຮງການຮ່ວມມືພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ.

        ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ອາຊຽນ ແລະ ຈີນ ຈະເຊື່ອມຕໍ່ຫຼັກໝັ້ນ, ທັດສະນະ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຫຼາຍກວ່າອີກ, ສົມທົບກັນຢ່າງແໜ້ນແຟ້ນ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ, ເພີ່ມທະວີການເຈລະຈາ, ແກ້ໄຂບັນດາການຂັດແຍ້ງກັນຢູ່ພາກພື້ນໂດຍສັນຕິວິທີ, ໃນນັ້ນມີທະເລຕາເວັນອອກ, ນຳເຂດທະເລຕາເວັນອອກໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ, ຍາວນານ, ສິ້ນສຸດການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ແທດຈິງ, ມີປະສິດທິພາບ, ສອດຄ່ອງກັບກົດໝາຍສາກົນໂດຍໄວ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ທີ່ກອງປະຊຸມຂັ້ນສູງ ອາຊຽນ - ສ.ເກົາຫຼີ ຄັ້ງທີ 25, 2 ຝ່າຍໄດ້ເຫັນດີຮັບຮອງເອົາຖະແຫຼງການຮ່ວມສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ສ.ເກົາຫຼີ, ສ້າງຂີດໝາຍພັດທະນາໃໝ່ ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີແຫ່ງວັນສ້າງຕັ້ງ (1989 – 2024).

ຕອບກັບ

ຂ່າວ/ບົດ​ອື່ນ