ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງເຮັດວຽກ ກັບການນຳແຂວງນິງທ້ວນ, ບີ່ງເຟືອກ


ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງເຮັດວຽກ ກັບການນຳແຂວງນິງທ້ວນ, ບີ່ງເຟືອກ - ảnh 1

ທ່ານຫງວຽນເຕີນຢຸງເຮັດວຽກກັບການນຳແຂວງນິງທ້ວນ

 (ພາບ: TTXVN )

(vovworld)-ທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງນິງທ້ວນກ່ຽວກັບສະພາບເສດຖະກິດ-ສັງຄົມ
ຂອງທ້ອງຖິ່ນໃນຕອນບ່າຍວັນ​ທີ 27/11,  ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ຕີລາຄາສູງ ບັນດາໝາກຜົນຊື່ງຄະນະ ພັກ, ອຳນາດການປົກຄອງ ແລະ ປຊຊ ບັນດາເຜົ່າແຂວງນິງທ້ວນບັນລຸໄດ້ໃນສ້າງ, ພັດທະນາເສດຖະກິດ-ສັງຄົມຂອງ​ທ້ອງ​ຖິ່ນ​ໃນ​ໄລຍະ​ຜ່ານ​ມາ. ທ່ານນາຍົກລັດ ຖະມົນຕີຫງວຽນເຕີນຢຸງ ສະ​ເໜີ​ແຂວງ​ນິງທ້ວນ ຈົ່ງ​ສືບຕໍ່​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງທ້ອງ​ຖິ່ນ​ຢ່າງ​ສຸດ​ຂີດ ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ, ​ໂດຍສະ​ເພາະ​ແມ່ນ​ທ່າ​ໄດ້​ປຽບ​ກ່ຽວ​ກັບການພັດທະນາ​ເສດຖະກິດ​ທະ​ເລ, ກະສິກຳ, ການທ່ອງ ທ່ຽວ, ການ​ບໍລິການ…

 ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງບິ່ງ​ເຟືອ​ກ ກ່ຽວກັບສະພາບເສດຖະ ກິດ-ສັງຄົມຂອງທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ສະ​ເໜີໃຫ້​ແຂວງ​ບິງ​ເຟືອ​ກ ຈົ່ງ​ສືບ​ຕໍ່​ບື່ນຕົວ​ຂຶ້ນ, ປະຕິບັດສຳ​ເລັດ​ບັນດາ​ຈຸດໝາຍ, ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ໄດ້​ວາງ​ອອກ​ໃນ​ປີ​ນີ້. ທ່ານ​ໃສ່​ໃຈ​ວ່າ: ​ແຂວງ​ບິ່ງ​ເຟືອ​ກ ຕ້ອງຕັ້ງໜ້າ​ຜັນ​ຂະຫຍາຍ​​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ຕິດ​ພັນ​ກັບ​ການ​ພັດທະນາ​ການ​ປູກ ​ແລະ ປຸງແຕ່ງບັນດາ​ຜະລິດ​ຕະພັນ​ຈາກ​ຢາງພາລາ, ປະກອບສ່ວນ​ຍົກ​ສູງ​ຊີ​ວິ​ດການ​ເປັນ​ຢູ່​ຂອງ ປຊຊ…/.

ຂ່າວ/ບົດ​ອື່ນ