ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບທ່ານຮອງປະທານາທິບໍດີ ອິນເດຍ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບທ່ານຮອງປະທານາທິບໍດີ ອິນເດຍ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານຮອງປະທານາທິບໍດີ ອິນເດຍ Mohammad Hamid Ansari
(ພາບ: Đức Tám/ສຳນັກຂ່າວສານຫວຽດນາມ)

(vovworld) - ​ຕອນ​ບ່າ​ຍວັນ​ທີ 15/1, ທ່ານ​ນາ​ຍົກ​ລັດຖະມົນຕີ​ ຫວຽດນາມ​ ຫງວຽນ​ເຕີນ​ຢູງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ປະທາ​ນາ​ທິບໍດີ ອິ​ນເດຍ Mohammad Hamid Ansari ທີ່​ພວມ​ຢູ່​ຢ້ຽມຢາມ​ ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ພິທີ​ສະຫຼຸບ​ປີ​ມິດຕະພາບ​ຫວຽດນາມ - ອິນ​ເດຍ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຫວັງ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ເພີ່ມ​ທະວີ​ໃນ​​ການ​ເຄື່ອ​ນ​ໄຫວ​ຮ່ວມ​ມື​ຕ່າງໆກ່ຽວ​ກັບ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ​.​.​.​​. ​ກ່ວາ​ອີກ. ສົມທົບ​ກັນຢ່າງ​ແໜ້ນ​​ແຟ້ນ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ເກີດ​ຂຶ້ນ​ໃໝ່​ໃນ​ການ​ພົວພັນຮ່ວມ​ມື​ເສດຖະກິດ, ກາ​ນລົງທຶນ ຢ່າງ​ມີ​ປະສິດທິ​ຜົນ. ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ ຫວຽດນາມ ​ແລະ ອິນ​ເດຍ ຊອກ​ຫາ​ກາລະ​ໂອກາດ ​ແລະ ລົງທຶນ​ຢູ່​ແຕ່ລະ​ປະ​ເທດ. ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ການຄ້າ, ການ​ໄປມາຫາສູ່​ກັນ​ລະຫວ່າງ 2 ປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຖື​ວ່າ: ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ 2 ຝ່າຍ​ຄວນ​ເປີດ​ສາຍ​ການບິນ​ໄປ - ກັບ​ໂດຍ​ກົງ ຫວຽດນາມ - ອິນ​ເດຍ ໂດຍ​ໄວ. ຄຽງ​ຄູ່​ກັນ​ນັ້ນ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ​ ກໍ​ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​​ເຄື່ອນ​ໄຫວຮ່ວມ​ມື ​ດ້ານວັດທະນະທຳ, ການ​ສຶກສາ, ບຳລຸ​ງສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ກ່ຽວກັບ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ກ່ວາ​ອີກ.

        ສ່ວນ​ທ່ານ​ຮອງ​ປະທານາທິບໍດີ ອິນ​ເດຍ Mohammad Hamid Ansari ຢັ້ງຢືນ​ວ່າ: ອິນ​ເດຍ ຖື​ຫວຽດນາມ ​ແມ່ນ​ເສົາ​ຄ້ຳ​ໃນ​ນະ​ໂຍບາຍ​ມຸ້ງ​ໄປ​ສູ່​ທິດຕາ​ເວັນ​ອອກ​ຂອງ​ຕົນ, ພ້ອມ​ແລ້ວ​ທີ່​ຈະ​ທີ່​ສົມທົບ​ກັບ​ ຫວຽດນາມ ​ເພື່ອຊຸກຍູ້​ບັນດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ມີ​ທ່າ​​ແຮງ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ຮອງ​ປະທານາທິບໍດີ Mohammad Hamid Ansari ຢືນຢັນວ່າ​ທັດສະນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ອິນ​ເດຍ ​ແມ່ນ​ສະໜັບສະໜູນ​ການ​ແກ້​ໄຂ​ບັນດາ​ການ​ພິພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​​ໂດຍສັນຕິ​ວິທີ, ຮັບປະກັນ​​ສັນຕິພາບ, ສະຖຽນ​ລະ​ພາບ, ການຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ປະທາ​ນາ​ທິບໍດີ ອິ​ນເດຍ Mohammad Hamid Ansari, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ: ພັກ ​ແລະ ລັດຖະບານ​ ຫວຽດນາມ ຖື​ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ ອິນ​ເດຍ ​​ໃນ​ທຸກໆ​ຂົງ​ເຂດ​​ເປັນ​ສຳຄັນ​. ກ່ອນ​ໜ້າ​ນັ້ນ, ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ໃຫ​້ການ​ຕ້ອນຮັບ ​ແລະ ມີ​ການ​​ເຈລະຈາ ກັບ​ທ່ານ​ຮອງ​ປະທານາທິບໍດີ ອິນ​ເດຍ Mohammad Hamid Ansari.

ຂ່າວ/ບົດ​ອື່ນ