ທ່ານນາຍົກລັດຖະມົນຕີ ອິດສຣາແອນ ປະກາດໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດ
(ທ່ານນາຍົກລັດຖະມົນຕີ ອິດສຣາແອນ Benjamin Netanyahu)
(vovworld) - ວັນທີ 23/01, ທ່ານນາຍົກລັດຖະມົນຕີ ອິດສຣາແອນ Benjamin Netanyahu ໄດ້ຖະແຫຼງວ່າ ພັນທະມິດຝ່າຍຂວາພັກ Likud Beitenu ກຳອຳນາດ ຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດຂອງປະເທດນີ້ໃນວັນທີ 22/01. ກ່າວຄຳເຫັນທີ່ສຳນັກງານພັນທະພາບຢູ່ແທນອາວີບ, ທ່ານ Netanyahu ໄດ້ສະແດງຄວາມເອກອ້າງຖະນົງໃຈເມື່ອກາຍເປັນນາຍົກລັດຖະມົນຕີຄັ້ງທີ 3 ຂອງ ອິດສະຣາແອນ ແລະ ຂອບໃຈປະຊາຊົນທີ່ໄດ້ປ່ອນບັດເລືອກຕັ້ງໃຫ້ທ່ານຕື່ມອາຍຸການ 4 ປີຈະມາເຖິງ. ທ່ານໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມສ້າງຕັ້ງລັດຖະບານໂດຍມີການເຂົ້າຮ່ວມຂອງຝ່າຍຕ່າງໆຢ່າງກວ້າງຂວາງ ເພື່ອຮັບມືກັບບັນດາສິ່ງທ້າທາຍຕ່າງໆ. ທ່ານໃຫ້ຮູ້ວ່າ ລັດຖະບານໃໝ່ຈະອີ່ງໃສ່ 5 ຫຼັກການນັ້ນແມ່ນ: ໝັ້ນຄົງເຂັ້ມແຂງຕໍ່ໜ້າບັນດາສິ່ງທ້າທາຍ, ພິເສດແມ່ນສະກັດກັ້ນເລື່ອງອີຣານ ກຳມະສິດອາວຸດນິວເຄຼຍ; ມີຄວາມຮັບຜິດຊອບດ້ານການເງິນໃນສະພາບວິກິດການທົ່ວໂລກພວມສືບຕໍ່ຜັນແປໄປ; ມີຄວາມຮັບຜິດຊອບດ້ານການທູດໃນວິວັດການຊອກຫາພື້ນຖານສັນຕິພາບຢ່າງແທດຈິ່ງທີ່ມີຕໍ່ຊາວປາແລດສຕິນ; ເພີ່ມທະວີຄວາມຍຸດຕິທຳ ແລະ ຫຼຸດຜ່ອນລາຄາເຮືອນຢູ່ ແລະ ການໃຊ້ຈ່າຍຢູ່ອິດສຣາແອນ.