(vovworld) - ວັນທີ 24/03, ພາຍຫຼັງສິ້ນສຸດການຢ້ຽມຢາມລັດເຊຍ, ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ໄປຮອດນະຄອນຫຼວງ Dares Salaam, ເລີ່ມຕົ້ນການຢ້ຽມຢາມປະເທດ Tanzania ຢ່າງເປັນທາງການ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງຈີນ ແລະ ປະເທດນີ້. ທ່ານ ສີຈິ້ນຜິງ ມີການເຈລະຈາກັບທ່ານປະທານາທິບໍດີປະເທດເຈົ້າພາບ Jakaya Mrisho Kiwete ກ່ຽວກັບການຮ່ວມມື 2 ຝ່າຍ. 2 ຝ່າຍກໍຈະລົງນາມບັນດາຂໍ້ຕົກລົງຮ່ວມມືໃນຂົງເຂດຕ່າງໆຄື ເສດຖະກິດ, ການຄ້າ ແລະ ວັດທະນະທຳ. Tanzania ແມ່ນປະເທດແຫ່ງທຳອິດໃນການຢ້ຽມຢາມຂອງທ່ານ ສີຈິ້ນຜິງ ໃນການໄປປະຕິບັດງານເຖິງອາຟລິກາ ໃນຄັ້ງ ແລະ ລວມທັງ ອາຟລິກາໃຕ້ ແລະ ສ.ກົງໂກ. ຢູ່ອາຟລິກາໃຕ້ນີ້, ວັນທີ 26 – 27/03, ທ່ານ ສີຈິ້ນຜິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 5 ກຸ່ມ BRICS (ເຊິ່ງລວມມີ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟລິກາໃຕ້).