(VOVWORLD) -ໃນຂອບເຂດການຢ້ຽມຢາມທາງລັດຖະກິດເຖິງ ຈີນ ແລະ ເຂົ້າຮ່ວມເວທີປາໄສຂັ້ນສູງຮ່ວມມືສາກົນ “ໜຶ່ງແລວທາງ - ໜຶ່ງເສັ້ນທາງ“, ຕອນບ່າຍວັນທີ 12/5, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ພົບປະແລກປ່ຽນຄວາມເຫັນກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ.
ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ |
ນະທີ່ນີ້, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ສະເໜີທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ສືບຕໍ່ເອົາໃຈໃສ່ຊີ້ນຳ, ຜັນຂະຫຍາຍມາດຕະການຈຳນວນໜຶ່ງຢ່າງມີປະສິດທິຜົນ ເພື່ອແນໃສ່ເປີດກວ້າງ ແລະ ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືລະຫວ່າງສອງປະເທດ. ກ່ຽວກັບດ້ານການຄ້າ, ທ່ານປະທານປະເທດສະແດງຄວາມປາຖະໜາວ່າ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖີ່ນ ຈີນ ເຮັດສຳເລັດລະບຽບການດ້ານກົດໝາຍໂດຍໄວ ເພື່ອເປີດປະຕູຕະຫຼາດສຳລັບນ້ຳນົມ ແລະ ບັນດາຜະລິດຕະພັນຈາກນຳ້ນົມ, ໝາກໄມ້, ສິນໃນນ້ຳ, ຊີ້ນໝູຂອງ ຫວຽດນາມ; ສືບຕໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດໃຫຍ່ສອງປະເທດເພີ່ມທະວີການແລກປ່ຽນຄ້າຂາຍຖ່ານຫີນ ແລະ ຜະລິດຕະພັນກະເສດນຳກັນ.
ສ່ວນທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ກໍ່ຢືນຢັນວ່າ, ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຈີນ ຖືເປັນສຳຄັນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຮອບດ້ານຈີນ - ຫວຽດນາມ. ຖືວ່າການພັດທະນາຢ່າງມີສະຖຽນລະພາຍຂອງສອງປະເທດ ແມ່ນກາລະໂອກາດຂອງກັນ, ຈີນ ຈະສ້າງເງື່ອນໄຂກວ່າອີກໃຫ້ແກ່ການຜັນຂະຫຍາຍບັນດາບ້ວງສິນເຊື່ອບຸລິມາສິດ, ຕັ້ງໜ້າຕອບສະໜອງຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບການນຳໃຊ້ແຫຼ່ງນຳ້ຜ່ານຊາຍແດນຢ່າງໝັ້ນຄົງ.