ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ
|
(vovworld)- ວັນທີ 15/11, ໂດຍໄດ້ຮັບຄຳເຊີນຂອງທ່ານ Raul Castro, ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ, ທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວາງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມ ສ. ກູບາ ຢ່າງເປັນທາງການ. ການຢ້ຽມຢາມດຳເນີນໄປແຕ່ວັນທີ 15-17/11. ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດມາຮອດປະຈຸບັນ, ການພົວພັນສາມັກຄີ, ການສະຫນັບສະຫນູນເຊິ່ງກັນ ແລະກັນ ແລະ ການຮ່ວມມືຮອບດ້ານຫວຽດນາມ ກູບາ ໄດ້ຮັບການປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງ. ການຢ້ຽມຢາມ ກູບາ ຄັ້ງນີ້ຂອງທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຕັດສິນໃຈສືບຕໍ່ເພີ່ມທະວີການພົວພັນຄວາມສາມັກຄີ ອ້າຍນ້ອງ ແລະ ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ ແລະ ປະຊາຊົນສອງປະເທດ. ໃນໂອກາດນີ້ ການນຳສອງປະເທດ ຈະແລກປ່ຽນ, ເປັນເອກະພາບຕໍ່ທິດທາງ ແລະ ບັນດາມາດຕະການການພົວພັນສອງຝ່າຍໃນໄລຍະພັດທະນາໃຫມ່ຢູ່ແຕ່ລະປະເທດ.
ສິ້ນສຸດການຢ້ຽມຢາມ ກູບາ ຢ່າງເປັນທາງການ, ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ Peru, Pedro Paplo Kuczynsky, ທ່ານປະທານປະເທດ ເຈີນດ້າຍກວາງ ແລະ ພັນລະຍາ ຈະເຂົ້າຮ່ວມ ສັບປະດາຂັ້ນສູງຄັ້ງທີ 24 ຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟີກ (APEC) ຊື່ງໄດ້ຈັດຂຶ້ນຢູ່ Lima ປະເທດ Peru ແຕ່ວັນທີ 17-20/11.