ທ່ານປະທານປະເທດ ເຈືອງເຕິນຊາງ ແລະ ທ່ານເອກອັກຄະລັດຖະທູດປອກຕຸຍການ Luis Manuel Barreira Sousa
(ພາບ: Nguyễn Khang/TTXVN)
|
(vovworld) – ຕອນບ່າຍວັນທີ 19/3, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕິນຊາງ ໄດ້ໃຫ້ຕ້ອນຮັບເອກອັກຄະລັດຖະທູດຂອງບັນດາປະເທດຄື: Guinea, ລຸກຊຳບວກ ແລະ ປອກຕຸຍການ ເຂົ້າຍື່ນສານຕາຕັ້ງຮັບໜ້າທີ່ປະຕິບັດງານຢູ່ຫວຽດນາມ. ທ່ານປະທານປະເທດຢືນຢັນວ່າ: ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາເອກອັກຄະລັດຖະທູດປະຕິບັດສຳເລັດໜ້າທີ່.
ທີ່ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.Guinea, Ibraham Sory Sow, ທ່ານປະທານປະເທດ ເຈືອງເຕິນຊາງ ເນັ້ນໜັກວ່າ: ໃນຊຸມປີທີ່ຜ່ານມາ, ກະສິກຳແມ່ນຂົງເຂດຮ່ວມມືພົ້ນເດັ່ນລະຫວ່າງ 2 ປະເທດ, ສະນັ້ນ, ຫວັງວ່າທ່ານເອກອັກຄະລັດຖະທູດ ຊຸກຍູ້ການຮ່ວມມືໃນຂົງເຂດດັ່ງກ່າວຢ່າງແຮງກວ່າອີກ, ໂດຍລະອຽດແມ່ນສືບຕໍ່ ຕໍ່ກຳນົດເວລາໃຫ້ໂຄງການສົ່ງເຂົ້າສານຂອງຫວຽດນາມ ໄປຍັງ Guinea ກໍ່ຄືສະໜັບສະໜູນໂຄງການພັດທະນາເຂົ້າ ແລະ ພືດຂອງຫວຽດນາມ ຢູ່ເຂດນີ້. ທ່ານປະທານປະເທດກໍປາດຖະໜາວ່າ, 2 ປະເທດຈະລົງນາມໃນບັນດາເອກະສານຮ່ວມມືດ້ານການຄ້າ 2 ຝ່າຍ, ພ້ອມທັງສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງຕໍ່ເລື່ອງພະຍາດ Ebola ພວມແຜ່ລາມຢູ່ Guinea.
ທີ່ການຕ້ອນຮັບເອກອັກຄະລັດຖະທູດລຸກຊຳບວກ Robert Lauer ເຂົ້າຍື່ນສານຕາຕັ້ງ, ທ່ານປະທານປະເທດສະເໜີໃຫ້ 2 ປະເທດເພີ່ມທະວີການປ່ຽນແປງຄະນະຂັ້ນສູງໃນໄລຍະຈະມາເຖິງ. ທ່ານປະທານປະເທດ ເຈືອງເຕິນຊາງ ປາດຖະໜາວ່າ ລຸກຊຳບວກ, ດ້ວຍຖານະເປັນສະມາຊິກຂອງສະຫະພາບເອີລົບ(EU), ຈະເຊັ່ນອະນຸມັດຜ່ານສັນຍາຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານ ຫວຽດນາມ - EU ໂດຍໄວ.
ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດປອກຕຸຍການ Luis Manuel Barreira Sousa, ທ່ານປະທານປະເທດກໍປາດຖະໜາວ່າ, ດ້ວຍຖານະເປັນປະເທດສະມາຊິກສະຫະພາບເອີລົບ (EU) ປອກຕຸຍການ, ຈະເຊັນອະນຸມັດສັນຍາຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - EU ໂດຍໄວ, ມຸ່ງໄປເຖິງສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - EU ໃນປີນີ້. ທ່ານປະທານປະເທດກໍ່ເຫັນດີກັບຄຳສະເໜີຂອງທ່ານເອກອັກຄະລັດຖະທູດ ປອກຕຸຍການ ກ່ຽວກັບເລື່ອງ ສະໜັບສະໜູນ Timo Leste ເຂົ້າເປັນສະມາຊິກຂອງອາຊຽນ, ແຕ່ໃສ່ໃຈວ່າບັນຫານີ້ກໍຕ້ອງມີຄວາມເຫັນດີເປັນເອກະພາບຂອງບັນດາປະເທດສະມາຊິກອື່ນໆ.