
( ທ່ານປະທານປະເທດເຈືອງເຕິ໋ນຊາງເຂົ້າຮ່ວມວັນບຸນ
ສີສັນລະດູບານໃໝ່ໃນທົ່ວປະເທດ )
(vovworld) - ຕອນບ່າຍວັນທີ 18/2, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຜູ້ຕາງໜ້າບັນດາຊາວເຜົ່າສ່ວນໜ້ອຍຢູ່ບ້ານວັດທະນະທຳ ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ຢູ່ ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ ແລະ ເຂົ້າຮ່ວມວັນບຸນ “ສີສັນລະດູບານໃໝ່ໃນທົ່ວປະເທດ“ ປີ 2016. ນະທີ່ນີ້, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ເຂົ້າຮ່ວມງານບຸນລົງທົ່ງຂອງຊາວເຜົ່າໄຕ ເພື່ອພາວະນາຂໍໃຫ້ລະດູການເກັບກ່ຽວໄດ້ຮັບຜົນດີ. ສະແດງຄວາມເບີກບານມ່ວນຊື່ນເມື່ອໄດ້ພົບປະ ແລະ ເຂົ້າຮ່ວມງານບຸນທີ່ເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຫວັງວ່າ, ປະຊາຄົມບັນດາເຜົ່າອ້າຍນ້ອງໃນທົ່ວປະເທດຫວຽດນາມ ລ້ວນແຕ່ມີຊີວິດອິ່ມໜຳສຳລານ ແລະ ມີຄວາມຜາສຸກ.
“ປະຈຸບັນ, ພາລະກິດປ່ຽນໃໝ່ປະເທດໃນວິວັດແຫ່ງການເຊື່ອມໂຍງກັບສາກົນຢ່າງແຮງ, ຮອບດ້ານ ແລະ ຄົບຊຸດ, ອັນໄດ້ຮຽກຮ້ອງໃຫ້ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ເປັນເອກະພາບດ້ານເຈດຈຳນົງ ແລະ ການກະທຳຂອງບັນດາເຜົ່າອ້າຍນ້ອງ, ຮຽກຮ້ອງໃຫ້ຊາວຫວຽດນາມທຸກຄົນ, ເຖິງວ່າຈະແມ່ນຊົນເຜົ່າໃດກໍ່ຕ້ອງມານະພະຍາຍາມສູ້ຊົນຈົນສຸດຄວາມສາມາດຂອງຕົນ, ປະກອບສ່ວນກໍ່ສ້າງປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ຮັກສາປະເທດຫວຽດນາມທີ່ສວຍງາມໃຫ້ສົມກັບຄຸນງາມຄວາມດີຂອງລຸ້ນກ່ອນ ແລະ ເຮັດຫຼ້ອນໜ້າທີ່ຕໍ່ລຸ້ນຕໍ່ໆໄປ“.