ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ-ເຢຍລະມັນ

ທ່ານປະທານປະເທດເຈືອງເຕີນຊາງກ່າວຄຳເຫັນທີ່ສະຖາບັນ
Körber
|
(vovworld)- ວັນທີ 26/ 11, ຢູ່ Frankfurt, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ ວິສາຫະກິດຫວຽດນາມ - ເຢຍລະມັນ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ Frankfurt, ແລະ ບັນດາສະຫະສະມາຄົມວິສາຫະກິດຊັ້ນນຳຂອງເຢຍລະມັນຈັດຕັ້ງ. ເວທີປາໄສໄດ້ດຶງດູດ ມີວິສາຫະກິດ ຫວຽດນາມ ກວ່າ 30 ແຫ່ງ ແລະ ວິສາຫະກິດເຢຍລະມັນປະມານ 100 ແຫ່ງ, ໃນນັ້ນ ມີກຸ່ມວິສາຫະກິດຊັ້ນນຳຂອງເຢຍລະມັນຫລາຍແຫ່ງ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນຫນັກວ່າ: ຫວຽດນາມ ແລະ ເຢຍລະມັນ ກາຍເປັນຄູ່ຮ່ວມມືຍຸດທະສາດຂອງກັນ, ໃນນັ້ນ ການຮ່ວມມືດ້ານເສດຖະກິດ ແມ່ນບຸລິມະສິດຕົ້ນຕໍ. ທ່ານປະທານປະເທດເຈືອງເຕີນຊາງ ຢືນຢັນ: ການສ້າງຕັ້ງປະຊາຄົມ ອາຊຽນ ສຳເລັດໃນທ້າຍປີ 2015 ຊື່ງຫວຽດນາມ ເປັນສະມາຊິກ ແລະເລື່ອງສຳເລັດການເຈລະຈາສັນຍາການຄ້າເສລີ FTA ຫລາຍສະບັບ ບໍ່ພຽງແຕ່ເປີດກາລະໂອກາດໃຫມ່ໃຫ້ແກ່ບັນດານັກລົງທຶນຕ່າງປະເທດເທົ່ານັ້ນ ຫາກຍັງຊຸກຍູ້ການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ ສະດວກກວ່າ ແລະ ມີຄວາມສາມາດແກ້ງແຍ້ງສູງກວ່າໃນພາກພື້ນ. ທ່ານປະທານປະເທດ ເຈືອງເຕີນຊາງປາດຖະຫນາ ບັນດາວິສາຫະກິດ ຫວຽດນາມ ແລະ ເຢຍລະມັນ ຍາດແຍ່ງກາລະໂອກາດນີ້ ແລະ ສວມບົດບາດສຳຄັນໃນການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດເຂົ້າສູ່ລວງເລິກ, ປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ. ທ່ານປະທານປະເທດ ເຈືອງເຕີນຊາງ ກ່າວວ່າ:
“ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ບັນດາວິສາຫະກິດສອງປະເທດ ຈະສວມບົດບາດສຳຄັນໃນການເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ເຢຍລະມັນ ນັບມື້ນັບມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.”