ທ່ານ Truong Tan Sang ມອບຂອງຂວັນໃຫ້ແກ່ເລຂາຫນ່ວຍພັກດີເດັ່ນ
ພາບ:vov
|
(vovworld) - ຕອນບ່າຍວັນທີ 10/4, ຢູ່ ທຳນຽບປະທານປະເທດ, ທ່ານ Truong Tan Sang ປະທານປະເທດ ຫວຽດນາມ ໄດ້ມີການພົບປະກັບເລຂາຫນ່ວຍພັກດີເດັ່ນ 100 ທ່ານ ທີ່ຕາງຫນ້າໃຫ້ ເລຂາຫນ່ວຍພັກດີເດັ່ນ 500 ທ່ານທີ່ໄດ້ຮັບການຍ້ອງຍໍສັນລະເສີນໃນປີ 2012. ທ່ານປະທານປະເທດ Truong Tan Sang ຊົມເຊີຍອົງຄະນະພັກກຸ່ມອົງການສູນກາງ ທີ່ໄດ້ເຊີດຊູບັນດາເລຂາຫນ່ວຍພັກດີເດັ່ນ. ນີ້ແມ່ນວຽກງານທີ່ມີຄວາມໝາຍໃນຂະນະພັກກອມມູນິດຫວຽດນາມ ພວມຍູ້ແຮງວຽກງານກໍ່ສ້າງພັກ. ທ່ານປະທານປະເທດ Truong Tan Sang ເນັ້ນຫນັກວ່າ:
“ຄວາມໝາຍຂອງເລຂາຫນ່ວຍພັກເກັ່ງແມ່ນມີຄວາມໝາຍເລິກເຊິ່ງ, ເລຂາຫນ່ວຍພັກເກັ່ງ ໝາຍຄວາມວ່າ ຫນ່ວຍພັກນັ້ນປອດໃສ, ເຂັ້ມແຂງ, ອົງການ, ຫົວຫນ່ວຍເຂັ້ມແຂງເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ ແລະ ເປັນອັນວ່າ ຫົວຫນ່ວຍນັ້ນ, ອົງການລັດນັ້ນ ແມ່ນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ”
ທ່ານປະທານປະເທດຍັງໃສ່ໃຈວ່າ: ຄະນະພັກບັນດາອົງການສູນກາງເວົ້າສະເພາະ ແລະ ອົງຄະນະພັກອື່ນເວົ້າລວມ ຄວນທະວີຄູນເລຂາຫນ່ວຍພັກເກັ່ງ, ຫນ່ວຍພັກປອດໃສ ເຂັ້ມແຂງ.