ທ່ານປະທານປະເທດ Truong Tan Sang ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທ້າຍງວຽນ
ທ່ານປະທານປະເທດຫວຽດນາມ Truong Tan Sang ເຮັດວຽກກັບບັນດາຂະແໜງການວຽກງານການເມືອງຂອງແຂວງ ທ້າຍງວຽນ
|
Vovworld- ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທ້າຍງວຽນ, ຕອນເຊົ້າວັນທີ 20/5, ທ່ານປະທານປະເທດຫວຽດນາມ Truong Tan Sang ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບບັນດາຂະແໜງການວຽກງານການເມືອງຂອງແຂວງ ທ້າຍງວຽນ ກ່ຽວກັບວຽກງານປະຕິຮູບດ້ານຕຸລາການຕາມມະຕິ 49 ຂອງກົມການເມືອງສູນກາງພັກ. ກ່າເຫັນທີ່ການເຮັດວຽກ, ທ່ານປະທານປະເທດຫວຽດນາມ Truong Tan Sang ໄດ້ຕີລາຕາສູງຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງບັນດາຂະແໜງການຕຸລາການຂອງແຂວງ ທ້າຍງວຽນ ໃນໄລຍະທີ່ຜ່ານມາ, ອັນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວັນແຂວງ. ທ່ານປະທານປະເທດຫວຽດນາມ Truong Tan Sang ໃຫ້ຄຳຕັກເຕືອນວ່າ ໃນກິດຈະການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ພ້ອມກັບການຍູ້ແຮງການພັດທະນາເສດຖະກິດນັ້ນ, ແມ່ນຕ້ອງປະຕິບັດວຽກງານປ້ອງກັນ ແລະ ຕ້ານອາດສະຍາກຳເປັນຢ່າງດີ.
ກ່ອນໜ້ານັ້ນໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດຫວຽດນາມ Truong Tan Sang ໄດ້ລົງຢ້ຽມຢາມພະນັກງານນັກຮົບທະຫານເຂດ 1. ນີ້ແມ່ນກົມກອງຕັ້ງໃນບໍລິເວນ 6 ແຂວງທາງທິດຕາເວັນອອກສຽງເໜືອຂອງປະເທດຫວຽດນາມ. ທ່ານປະທານປະເທດຫວຽດນາມ Truong Tan Sang ສະແດງຄວາມເຊື່ອໝັ້ນວ່າ ພະນັກງານນັກຮົບທະຫານເຂດ 1 ຈະມານະພະຍາຍາມສູ້ຊົນກໍ່ສ້າງກອງທັບໃຫ້ມີຄວາມເຂັ້ມແຂງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ເປັນກຳລັງທີ່ຈົງຮັກພັກດີ ແລະ ໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ, ມີຄວາມກຽມພ້ອມສູ້ຮົບຢ່າງສູງ ແລະ ສາມາດເຮັດຫຼ້ອນໜ້າທີ່ໃນທຸກສະພາວະ.