(VOVWORLD) - ທ່ານປະທານສະພາແຫ່ງຊາດ ກໍ່ໃສ່ໃຈເປັນພິເສດເຖິງເລື່ອງ ເປັນເຈົ້າການຄົ້ນຄວ້າ, ນຳໃຊ້ວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນຢ່າງຊັດເຈນ ເພື່ອກຳແໜ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ບໍ່ໃຫ້ຂາດຜູ້ໃດ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ເຮັດວຽກກັບຄະນະກຳມະການເລືອກຕັ້ງແຂວງ ດົ່ງນາຍ) |
ຕອນເຊົ້າວັນທີ 05 ມີນາ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ໄປກວດກາຕົວຈິງການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16, ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຢູ່ແຂວງ ດົ່ງນາຍ.
ເມື່ອເຮັດວຽກກັບຄະນະກຳມະການເລືອກຕັ້ງແຂວງ ດົ່ງນາຍ, ພາຍຫຼັງຮັບຟັງບົດລາຍງານຂອງແຂວງ ດົ່ງນາຍ, ກ່າວຄຳເຫັນສະຫຼຸບທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ຮຽກຮ້ອງວ່າ:
“ຂ້າພະເຈົ້າປາດຖະໜາວ່າ ດົ່ງນາຍ ຈະບໍ່ເລືອກຕັ້ງຢູ່ຂັ້ນຕາແສງ, ຂັ້ນແຂວງ ແລະ ຈຳນວນສະມາຊິກສະພາແຫ່ງຊາດຄືນອີກ. ທີ 2, ຂ້າພະເຈົ້າສະເໜີໃຫ້ຜູ້ສະໝັກຮັບເລືອກຕັ້ງຕ້ອງພົບປະຢ່າງເຂັ້ມງວດ ດ້ວຍຮູບແບບໂດຍກົງ, ທາງໄກ ເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຮູ້ຈັກເຖິງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ 3 ຂັ້ນ. ການພົບປະນີ້ເພື່ອໃຫ້ໃກ້ຊິດກັບປະຊາຊົນ, ກຳແໜ້ນຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.
ນອກນັ້ນ, ທ່ານປະທານສະພາແຫ່ງຊາດ ກໍ່ໃສ່ໃຈເປັນພິເສດເຖິງເລື່ອງ ເປັນເຈົ້າການຄົ້ນຄວ້າ, ນຳໃຊ້ວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນຢ່າງຊັດເຈນ ເພື່ອກຳແໜ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ບໍ່ໃຫ້ຂາດຜູ້ໃດ.