ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຕ້ອງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ ພ້ອມ​ທັງ​ຕ້ອງຮັບ​ມື​ກັບ​ທຸ​ກ​ກໍ​ລະ​ນີ​ຢ່າງ​ມີ​ໄຫວ​ພິບ

(VOVWORLD) - ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງເປົ້າໝາຍຕ້ອງຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕຢູ່ລະດັບສອງຕົວເລກ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຕ້ອງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ ພ້ອມ​ທັງ​ຕ້ອງຮັບ​ມື​ກັບ​ທຸ​ກ​ກໍ​ລະ​ນີ​ຢ່າງ​ມີ​ໄຫວ​ພິບ - ảnh 1ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 5 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານກອງປະຊຸມຄະນະປະຈຳການລັດຖະບານ ກັບບັນດາກະຊວງ, ຂະແໜງການ, ອົງການ ກ່ຽວກັບໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນການບໍລິຫານນະໂຍບາຍເງິນຕາ, ນະໂຍບາຍປີການເງິນ 2026.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງເປົ້າໝາຍຕ້ອງຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕຢູ່ລະດັບສອງຕົວເລກ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ຄວບຄຸມໜີ້ສາທາລະນະ, ໜີ້ລັດຖະບານ, ໜີ້ຕ່າງປະເທດໃຫ້ຢູ່ໃນລະດັບອະນຸຍາດ, ພ້ອມກັນນັ້ນ ຕ້ອງຮັບມືຢ່າງມີໄຫວພິບ, ປອດໄພ, ມີປະສິດທິຜົນໃນບໍ່ວ່າສະພາບການໃດ.

ຕອບກັບ

ຂ່າວ/ບົດ​ອື່ນ