ທ່ານ ຢາງແຊວຝື
photo:internet
|
(vovworld)- ສືບຕໍ່ການປະຕິບັດງານຢູ່ບັນດາແຂວງພາກກາງ-ເຂດໄຕງວຽນ, ທ່ານ ຢາງແຊວຝື, ລັດຖະມົນຕີ-ຫົວຫນ້າຄະນະກຳມະການຊົນເຜົ່າ ໄດ້ລົງຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນປີໃຫມ່ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຢູ່ຕາແສງ ເຝືອກດືກ ເມືອງເຝືອກເຊີນ ແຂວງ ກວ໋າງນາມ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຢາງແຊວງຝື ໄດ້ຕີລາຄາສູງຄວາມມານະພະຍາຍາມເມືອງພູດອຍ ເຝືອກເຊີນ ພ້ອມທັງ ສະເຫນີທ້ອງຖິ່ນຄວນຕີລາຄາຄືນບັນດາມາດຖານປະຕິບັດການກໍ່ສ້າງຊົນນະບົດໃຫມ່ໃຫ້ສອດຄອ່ງກັບສະພາບຕົວຈິງຂອງທ້ອງຖິ່ນ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ. ທ່ານ ຢາງແຊວງຝື ສະເຫນີການນຳເມືອງ ເຝືອກເຊີນວ່າ:
“ທີຫນຶ່ງ ແມ່ນລົບລ້າງຄວາມອຶດຫິວທຸກຍາກໃຫ້ແກ່ປະຊາຊົນ. ທີສອງ ເພີ່ມທະວີການຮຳ່ຮຽນ, ບຳລຸງສ້າງຖັນແຖວພະນັກງານໃຫ້ແກ່ປະຊາຊົນ. ທີສາມ ຕ້ອງສາມັກຄີຮັກສາສະຖຽນລະພາບດ້ານການເມືອງ. ”