ທ່ານຫງວຽນຊິງຮຸ່ງ ເຮັດວຽກກັບສູນກາງ ຊາວໜຸ່ມກອມມູນິດ ໂຮ່ຈິມິນ

ທ່ານຫງວຽນຊິງຮຸ່ງ ເຮັດວຽກກັບສູນກາງ ຊາວໜຸ່ມກອມມູນິດ ໂຮ່ຈິມິນ - ảnh 1

(ພາບປະກອບ: tinhdoannghean.vn)

(vovworld)- ​​ຕອນ​ບ່າຍວັນ​ທີ 27/3, ທ່ານປະທານສະ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ເຮັດ​ວຽກ​ກັບ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ກ່ຽວ​ກັບ​ໝາກຜົນ​ການ​ປະກອບ​ຄຳ​ເຫັນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແລະ ໝາກຜົນ​ການ​ເຂົ້າຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ນະ​ການ​ເຮັດ​ວຽກ, ທ່ານປະທານສະ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ຊີ້​ແຈງ​ວ່າ: ພັກ, ລັດ​ຫວຽດນາມ ປາດ​ຖະໜາ​ວ່າ: ລັດຖະທຳ​ມະນູນສະບັບ​ນີ້​ຈະ​ແມ່ນລັດຖະທຳ​ມະນູນ​ໂດຍ​ປະຊາຊົນ​ສ້າງ​ຂຶ້ນ​ຢ່າງ​ແທ້​ຈິງ ກ່ອນ​ທີ່​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ, ຕ້ອງ​ໄດ້​ຄັດ​ເລືອກ​ມາ​ຈາກພູມ​ປັນຍາ​ຂອງ​ປະຊາຊົນ, ​ໃນ​ນັ້ນມີ​ຊາວ​ໜຸ່ມ ສະມາຊິກ​ຊາວ​ໜຸ່ມ​ກ່ວາ 26 ລ້ານ​ຄົນ. ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ໂຄສະນາ, ຂົນຂວາຍ​ເພື່ອ​ໃຫ້ຈຳນວນຊາວ​ໜຸ່ມ ສະມາຊິກ​ຊາວ​ໜຸ່ມ​ເຂົ້າຮ່ວມການ​ປະກອບ​ຄຳ​ເຫັນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ເພີ່ມ​ຂຶ້ນ:

   “ຂ້າພະ​ເຈົ້າຫວັງ​ວ່າ, ບັນດາ​ສະຫາຍ​ຕ້ອງ​ເສີມ​ຂະຫຍາຍ​ຈິດ​ໃຈໃນ​​​ຫວ່າງ​ແລ້ວ​ນີ້, ​ສືບ​ຕໍ່ເຕົ້າ​ໂຮມ, ​ໂຄສະນາ, ຖອດ​ຖອນ​ບົດຮຽນ, ທັງ​ໂຄສະນາ, ທັງ​ຂົນຂວາຍ​ໃນ​ທົ່ວ​ປວງ​ຊົນ, ທັງ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເພື່ອ​ເພີ່​ມ​ເຕີມ, ປັບປຸງ​ບັນດາ​ເນື້ອ​ໃນ​ໃນຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ. ຍ້ອນ​ມີພູມ​ປັນຍາ, ຄວາມ​ຮູ້ ​ແລະ ຄວາມ​ສາມາດ, ​ບັນດາ​ສະຫາຍ​ອາດ​ຈະ​ປະຕິບັດ​ວຽກ​ງາ​ນີ້​ເປັນ​ຢ່າ​ງດີ ​ເພື່ອ​ໃຫ້​ມີ​ຫຼາຍ​ຄົນ​ເຂົ້າ​ໃຈ​ເລິກ​ເຊິ່ງກ່ຽວ​ກັບ​ລັດຖະທຳ​ມະນູນ“

 

 

ຂ່າວ/ບົດ​ອື່ນ