ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ເຮັດວຽກກັບການນຳ
ແຂວງ ຟູທໍ້
ພາບ:chinhphu.vn
|
(vovworld)-ວັນທີ 28/2, ທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ລົງຢ້ຽມຢາມ ແລະເຮັດວຽກກັບການນຳແຂວງ ຟູທໍ້. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຖືວ່າ: ແຂວງ ຟູທໍ້ ຄວນເຊື່ອມຕໍ່ກັບບັນດາປະເທດ ແລະ ເຂດແຄວ້ນ ມີຈຸດວັດທະນະທຳຄ້າຍຄືກັນ ແລະເຊື່ອຖືສາສະຫນາດຽວ ໃນປະຊາຄົມອາຊຽນ ພ້ອມທັງເປີດກວ້າງການເຊື່ອມຈອດກັບຈີນ ກ່ຽວກັບການທ່ອງທ່ຽວ, ເປັນຕົ້ນແມ່ນທ່ອງທ່ຽວທາງບົກ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ມອບໃຫ້ກະຊວງການຕ່າງປະເທດຫນູນຊ່ວຍແຂວງ ຟູທໍ້ ໃນການຂົນຂວາຍ, ສ້າງສຳເນົາເອກະສານ ຂັບຊວານ ຟູທໍ້ ເພື່ອຍື່ນສະເຫນີຕໍ່ອົງການວັດທະນະທຳ, ວິທະຍາສາດ ແລະ ສຶກສາ ສປຊ (UNESCO) ອອກຈາກສະພາບການຄວນຮັກສາດ່ວນໃນທ້າຍປີນີ້, ຈັດເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ມີຮູບຮ່າງງຕາງຫນ້າຂອງມວນມະນຸດໃນປີ 2016.