ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງໂອ້ລົມທາງໂທລະສັບກັບລັດຖະມົນຕີການຕ່າງປະເທດອາເມລິກາ

ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ
|
(vovworld)-ຕອນເຊົ້າວັນທີ 21/5, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ໂອ້ລົມທາງໂທລະສັບກັບລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ກ່ຽວກັບສະພາບການພົວພັນສອງຝ່າຍ ແລະ ບັນດາການຜັນແປ່ຫວ່າງມໍ່ໆນີ້ ຢູ່ ທະເລຕາເວັນອອກ. ທີ່ການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ແຈ້ງໃຫ້ຝ່າຍ ອາເມລິກາ ຊາບ ກ່ຽວກັບການຜັນແປ່ຫລ້າສຸດທີ່ກ່ຽວຂ້ອງເຖິງເລື່ອງ ຈີນນຳຮ້ານເຈາະນ້ຳມັນເຂົ້າເຄື່ອນໄຫວຢູ່ເຂດເສດຖະກິດຈຳເພາະ ແລະເຂດໄຫລ່ທະວີບຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຢືນຢັນ: ຫວຽດນາມ ລະງັບໃຈທີ່ສຸດ, ຕັ້ງໝັ້ນເຈລະຈາ, ຫລີກລ້ຽງເກີດການປະທະກັນ ພ້ອມທັງ ເດັດດ່ຽວຮຽກຮ້ອງຝ່າຍຈີນ ຖອນຮ້ານເຈາະນ້ຳມັນ ແລະ ກຳປັ່ນອອກຈາກເຂດດັ່ງກ່າວ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ຕີລາຄາສູງຄວາມລະງັບໃຈ ແລະ ເຈດຕະນາດີ ຂອງຫວຽດນາມ ສະແດງໃຫ້ເຫັນຜ່ານການນຳໃຊ້ມາດຕະການໂດຍສັນຕີ ແລະ ການເຈລະຈາ, ບໍ່ໃຫ້ເກີດຄວາມເຄັ່ງຕຶງປິ້ນຂັນໄດ, ຜົນສະທ້ອນເຖິງສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ຢືນຢັນຄືນ: ຫລັກໝັ້ນຂອງ ອາເມລິກາ ກ່ຽວກັບການແກ້ໄຂຄວາມຂັດແຍ້ງຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982.