(vovworld) - ວັນທີ 15/05, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ໄດ້ໃຫ້ການຕ້ອນຮັບທ່ານ Mehdi Ghazanfari, ລັດຖະມົນຕີກະຊວງອຸດສາຫະກຳ, ບໍ່ແຮ່ ແລະ ການຄ້າ ອີຣານ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຊົມເຊີຍການຢ້ຽມຢາມຂອງທ່ານລັດຖະມົນຕີອີຣານ ທີ່ໄດ້ນຳໜ້າຄະນະຜູ້ແທນມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ກົງກັບໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຖືວ່າ ຫວຽດນາມ ແລະ ອີຣານ ຕ້ອງຜັນຂະຫຍາຍບັນດາຂັ້ນຕອນເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດເຊິ່ງ 2 ປະເທດມີທ່າແຮງ, ໂດຍສະເພາະແມ່ນເສດຖະກິດ, ການຄ້າ. ທ່ານຮອງນາຍົກລັດຖະມົນຕີ ໄດ້້ເຫັນດີຕໍ່ບັນດາວິທີການຮ່ວມມືດ້ານການຄ້າລະຫວ່າງ 2 ປະເທດ ເຊິ່ງຝ່າຍອີຣານ ຍົກອອກມາ ແລະ ສະເໜີໃຫ້ 2 ຝ່າຍພ້ອມກັນແກ້ໄຂຂໍ້ຕິດຂັດ, ຍົກສູງວົງເງິນການຄ້າ 2 ສົ້ນ. ຄຽງຂ້າງນັ້ນ, ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບອີຣານ ບົນເວທີສາກົນ. ທ່ານລັດຖະມົນຕີ Mehdi Ghazanfari ໄດ້ສະແດງຄວາມປາດຖະໜາວ່າ 2 ປະເທດຍູ້ແຮງການຮ່ວມມື, ມຸ້ງໄປເຖິງຈຸດໝາຍນຳວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 500 ລ້ານ USD/ປີ ໃນໄລຍະຈະມາເຖິງ.