(vovworld) - ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ (VOV) ເນື່ອງໃນໂອກາດບຸນເຕັດປີລະກາ 2017, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຢືນຢັນວ່າ, ປະເທດຊາດຫາກໍ່ສິ້ນສຸດປີ 2016, ເຊິ່ງແມ່ນປີທຳອິດປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ດ້ວຍຫຼາຍເຫດການທີ່ຟົດຟື້ນ ແລະ ອຸດົມສົມບຸນ. ໃນສະພາບຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ແຕ່ຫວຽດນາມ ຍັງຮັກສາໄດ້ທ່າພັດທະນາເສດຖະກິດ, ຮັກສາຄວາມສະຖຽນລະພາບທາງດ້ານການເມືອງ, ສັງຄົມ, ປະເທດຊາດມີຄວາມສະຫງົບສຸກ. ກ້າວເຂົ້າສູ່ປີ 2017, ດ້ວຍກາລະໂອກາດໃໝ່ຫຼາຍຢ່າງ, ແຕ່ກໍ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍບໍ່ແມ່ນໜ້ອຍ, ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ, ມີຫຼາຍວຽກງານຕ້ອງເຮັດ, ໃນນັ້ນແມ່ນເຮັດແນວໃດຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ. ຫວຽດນາມ ຕ້ອງຢືດໝັ້ນ, ຕັດສິນໃຈປົກປັກຮັກສາເອກະລາດ, ອະທິປະໄຕແຫ່ງຊາດ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດໃຫ້ໄດ້ ເພື່ອເຮັດແນວໃດໃຫ້ເພື່ອນມິດສາກົນເຫັນດີສະໜັບສະໜູນ.
ເນື່ອງໃນໂອກາດບຸນເຕັດ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ປາດຖະໜາວ່າ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ເຫັນດີສືບຕໍ່ເປັນຈິດໜຶ່ງໃຈດຽວ, ມີຄວາມຕັດສິນໃຈຢ່າງຫຼວງ, ເສີມຂະຫຍາຍຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ມູນເຊື້ອຮັກແພງກັນເພື່ອສຳເລັດບັນດາໜ້າທີ່ເຊິ່ງພັກ, ລັດ, ສະພາແຫ່ງຊາດໄດ້ວາງອອກ.