(vovworld) - ໃນລະຫວ່າງວັນທີ 06 – 07/05, ບັນດາຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14, ຫົວໜ່ວຍເລືອກຕັ້ງເລກ 1 ນະຄອນຮ່າໂນ້ຍ, ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງບັນດາເມືອງ ບາດິ່ງ, ຮ່ວານກຽມ, ໄຕໂຮ່, ເພື່ອລາຍງານລາຍການເຄື່ອນໄຫວ, ຂົນຂວາຍເລືອກຕັ້ງຕາມຂໍ້ກຳນົດຂອງກົດໝາຍ. ຕາງໜ້າໃຫ້ບັນດາຜູ້ສະໝັກຮັບເລືອກຕັ້ງຫົວໜ່ວຍເລກ 1 ນະຄອນຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, ພັກ, ລັດຖະບານ ສຸມໃສ່ 3 ຂົງເຂດຕົ້ນຕໍ່ນັ້ນແມ່ນ: ນຳເສດຖະກິດຂອງປະເທດຊາດສືບຕໍ່ພັດທະນາແບບຍືນຍົງ, ແກ້ໄຂໜີ້ສາທາລະນະ, ໜີ້ເສຍ ແລະ ສິ່ງທີ່ອ່ອນດ້ອຍ, ຍັງຄົງຂ້າງໃຫ້ໄດ້, ສ້າງສັງຄົມໃຫ້ປອດໄສ; ສຸມໃສ່ການກໍ່ສ້າງພັກ ແລະ ລະບົບການເມືອງ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ສະພາບເສື່ອມທາດເສຍຄຸນ, ເຮັດໃຫ້ກົງຈັກລັດປອດໄສ, ໝັ້ນຄົງເຄັ້ມແຂງ. ພ້ອມທັງຕ້ອງສືບຕໍ່ຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນ, ກໍຄືຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ. ເພື່ອປະຕິບັດສິ່ງດັ່ງກ່າວໃຫ້ດີ, ສະມາຊິກສະພາແຫ່ງຊາດແຕ່ລະຄົນ ຕ້ອງໃກ້ຊິດຕິດແທດກັບປະຊາຊົນ, ຮັບຟັງປະຊາຊົນ, ຮັກສາການພົວພັນທີ່ສະໜິດສະໜົມກັບປະຊາຊົນ.
ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຂອບໃຈ ແລະ ຮັບເອົາບັນດາຄຳເຫັນປະກອບຂອງຜູ້ມີສິດເລືອກຕັ້ງ, ພ້ອມທັງໃຫ້ຮູ້ວ່າ, ຜ່ານບັນດາຄຳເຫັນປະກອບຢ່າງສຸດຈິດສຸດໃຈ, ມີຄວາມຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງ, ຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນ ຈະສືບຕໍ່ເພີ່ມເຕີມ, ປັບປຸງລາຍການເຄື່ອນໄຫວຂອງຕົນ ເພື່ອຜັນຂະຫຍາຍການປະຕິບັດຢ່າງມີປະສິດທິຜົນ, ປະກອບສ່ວນຫຼາຍທີ່ສຸດໃຫ້ປະເທດຊາດ ແລະ ປະຊາຊົນ.