ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຮັດວຽກກັບການນຳຫຼັກແຫຼ່ງແຂວງດົ່ງທາບ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງດົ່ງທາບ, ຕອນເຊົ້າວັນທີ 14 ເມສາ, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ, ວຽກງານກໍ່ສ້າງພັກປີ 2017 ແລະ ໃນຊຸມເດືອນຕົ້ນປີ 2018.

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຮັດວຽກກັບການນຳຫຼັກແຫຼ່ງແຂວງດົ່ງທາບ - ảnh 1ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຮັດວຽກກັບການນຳຫຼັກແຫຼ່ງແຂວງດົ່ງທາບ

(ພາບ: TTXVN)

ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາຢ່າງແຮງຂອງແຂວງດົ່ງທາບໃນໄລຍະຜ່ານມາ ແລະ ຖືວ່າ, ຄວາມສາມາດບົ່ມຊ້ອນ, ແງ່ຫວັງພັດທະນາຂອງແຂວງດົ່ງນາບ ແມ່ນຍັງໃຫຍ່ຫຼວງຢູ່. ທ່ານຫວັງວ່າ, ໃນໄລຍະຈະມາເຖິງ, ແຂວງດົ່ງນາບ ສືບຕໍ່ມານະພະຍາຍາມຫຼາຍກວ່າອີກ, ນຳແຂວງດົ່ງນາບ ພັດທະນາໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ, ໂດຍສະເພາະແມ່ນຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນກວ່າອີກ.

      ເພື່ອປະຕິບັດບັນຫາດັ່ງກ່າວໃຫ້ໄດ້ເປັນຢ່າງດີ, ທ່ານເລຂາທິການໃຫຍ່ປາດຖະໜາວ່າ, ແຂວງດົ່ງນາບ ສືບຕໍ່ປະຕິບັດວຽກງານກໍ່ສ້າງພັກ, ກໍ່ສ້າງອຳນາດການປົກຄອງ, ສາມັກຄີກັນຢູ່ພາຍໃນ ແລະ ເສີມຂະຫຍາຍກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ