ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງໃຫ້ກຽດຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງ
ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່
ໃຫ້ກຽດຕ້ອນຮັບ ທ່ານ ໄຊສົມພອນ ພົມວິຫານ
(vovworld)- ຕອນບ່າຍ ວັນທີ 29/8, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ນຳໜ້າຄະນະຜູ້ແທນຂັ້ນສູງ ຄະນະກຳມະການສູນກາງແນວລາວສ້າງຊາດ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ. ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕີລາຄາສູງຄວາມໝາຍ ແລະ ຄວາມສຳຄັນ ຂອງການຢ້ຽມຢາມ, ອວຍພອນຜົນສຳເລັດ ຂອງກອງປະຊຸມໃຫຍ່ແນວລາວສ້າງຊາດ ຄັ້ງທີ 10. ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕີລາຄາສູງຜົນການຮ່ວມມື ລະຫວ່າງ ສອງແນວໂຮມ ໃນໄລຍະຜ່ານມາ, ຊົມເຊີຍບັນດາເນື້ອໃນຂໍ້ຕົກລົງ ທີ່ບັນລຸໄດ້ ລະຫວ່າງ ສອງຝ່າຍ, ສະແດງຄວາມປາດຖະໜາວ່າ: ໃນໄລຍະຈະມາເຖິງ, ແນວໂຮມສອງປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຮ່ວມມືແທດຈິງ ເພື່ອແນໃສ່ຍົກສູງປະສິດທິຜົນ ໃນການສ້າງກຸ້ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ແຕ່ລະປະເທດ ແລະ ປະກອບສ່ວນສຳຄັນ ໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ.