ທ່ານເລຂາທິການໃຫຍ່ໂຕເລິມ ໂອ້ລົມທາງໂທລະສັບກັບບັນດາສະມາຊິກສະພາສູງ ອາເມລິກາ
(VOVWORLD) - ວັນທີ 18 ກຸມພາ, ຕາມເວລາທ້ອງຖິ່ນ, ໃນໄລຍະເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ (ອາເມລິກາ) ຕາມຄຳເຊື້ອເຊີນຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ, ປະທານສະພາສັນຕິພາບ, ປະທານສະພາສັນຕິພາບເຂດ ກາຊາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໂອ້ລົມທາງໂທລະສັບກັບທ່ານ Steve Daines ສະມາຊິກສະພາສູງ ພັກສາທາລະນະ - ລັດ Montanam), ສະມາຊິກກຳມາທິການການພົວພັນຕ່າງປະເທດ ແລະ ທ່ານ Bill Hagerty ສະມາຊິກສະພາສູງ (ພັກສາທາລະນະ - ລັດ Tennessee).
ບັນຍາກາດການໂອ້ລົມສົນທະນາທາງໂທລະສັບ(ພາບ: TTXVN) |
|
ໃນການໂອ້ລົມສົນທະນາກັບບັນດາສະມາຊິກສະພາສູງ ອາເມລິກາ, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງການປະກອບສ່ວນຂອງບັນດາສະມາຊິກສະພາສູງໃນການປັບປຸງ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ, ໃນນັ້ນ ມີການຊຸກຍູ້ສະພາສູງ ອາເມລິກາ ຮັບຮອງເອົາ ມະຕິວ່າດ້ວຍການ “ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນການຕ່າງປະເທດລະຫວ່າງ ອາເມລິກາ ແລະ ຫວຽດນາມ” ເມື່ອເດືອນທັນວາ 2025, ສະແດງການສະໜັບສະໜູນຂອງສະພາສູງ - ສະພາຕ່ຳ ອາເມລິກາ ທີ່ມີຕໍ່ ຫວຽດນາມ ແລະ ສາຍພົວພັນ ຫວຽດນາມ - ອາເມລິກາ. ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ສະເໜີໃຫ້ສອງຝ່າຍຕ້ອງເສີມຂະຫຍາຍພື້ນຖານສາຍພົວພັນທີ່ໄດ້ຮັບການສ້າງຕັ້ງໃນໄລຍະກວ່າ 30 ປີຜ່ານມາ, ໃນນັ້ນ ມີການແລກປ່ຽນຄະນະ ແລະ ການຮ່ວມມືລັດຖະສະພາ; ພ້ອມທັງສະເໜີໃຫ້ສອງຝ່າຍຮັກສາສາຍພົວພັນທາງດ້ານເສດຖະກິດ - ການຄ້າ - ການລົງທຶນຕາມທິດມີສະຖຽນລະພາບ, ຍືນຍົງ ແລະ ສະພາແຫ່ງຊາດ ອາເມລິກາ ສືບຕໍ່ເອົາໃຈໃສ່ເຖິງແຫຼ່ງກຳລັງໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.
ສ່ວນບັນດາສະມາຊິກສະພາສູງ ອາເມລິກາ ຢັ້ງຢືນວ່າ ຈະສະໜັບສະໜູນການຊຸກຍູ້ສາຍພົວພັນ ຫວຽດນາມ - ອາເມລິກາ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນກວ່າເກົ່າຢ່າງແຮງ ພ້ອມທັງຫວັງວ່າ ສອງປະເທດຈະບັນລຸໄດ້ຂໍ້ຕົກລົງການຄ້າສົມທົບໂດຍໄວ.
ວັນຫຽວ