ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ຫາຍຟ່ອງ

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ຫາຍຟ່ອງ - ảnh 1
ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນ​ຟູ້ຈ້ອງ​
ໄປ​ຢ້ຽມຢາມ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ ກາດ​ບາ
(ພາບ: nguyenphutrong.net)

Vovworld-  ວັນ​ທີ 10/7, ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນຫາຍຟ່ອງ ເພື່ອກວດກາການ ປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ປະຕິບັດໜ້າທີ່ເສດຖະກິດສັງຄົມ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ໄດ້​ໄປ​ສຳ​ຫຼວດຕົວ​ຈິງ​ຢູ່​ເມືອງ​ກາດ​ຫາຍ. ​ເຮັດ​ວຽກ​ກັບການນຳ ເມືອງ​ກາດ​ຫາຍ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນ​ຟູ້ຈ້ອງ ໄດ້ຕີລາຄາວ່າ ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດເພື່ອໃຫ້ ເມືອງ​ກາດ​ຫາຍພັດທະນາ ແມ່ນໃຫຍ່ຫຼວງທີ່ສຸດ ດ້ວຍເງື່ອນໄຂສະດວກຫຼາຍຢ່່າງໃຫ້ແກ່ການທ່ອງທ່ຽວ, ການບໍລິການ, ການລ້ຽງປູກສິນໃນນ້ຳ, ດັ່ງນັ້ນ, ເມືອງ​ກາດ​ຫາຍຄວນນຳໃຊ້ບັນດາໂອກາດທີ່ດີ ເພື່ອພັດທະນາ​ແບບ​ຍືນ​ຍົງ.

    ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ໄດ້​ເຮັດ​ວຽກ​ກັບ​ບໍລິ​ສັດ​ຜູ້​ດຽວ​ທ່າ​ກຳ​ປັ່ນ​ຫາຍ​ຟ່ອງຈຳກັດ ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ການ​ຂຸດ​ຄົ້ນ ​ແລະ ​ເສີມ​ຂະຫຍາຍ​ທີ່​ໄດ້​ປຽບ​ຂອງ​ທ່າ​ກຳ​ປັ່ນ​ສາກົນ​ໃນ​ໄລຍະ​ປະຈຸ​ບັນ ​ແລະ ​ໄລຍະ​ທີ່​ຈະ​ມາ​ເຖິງ. ທ່ານເລຂາທິການ ໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນ​ຟູ້ຈ້ອງ ສະ​ເໜີ​ວ່າ ໄລຍະ​ທີ່​ຈະ​ມາ​ເຖິງ , ທ່າ​ກຳ​ປັ່ນ​ຫາຍ​ຟ່ອງສືບ​ຕໍ່​ເອົາ​ໃຈ​ໃສ່​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່, ລົງ​ທຶນ​ຢ່າງ​ມີ​ຈຸດ​ສຸມ​ດ້ວຍ​ທິດ​ນຳ​ສ້າງ​ເປັນ​ທັນ​ສະ​ໄໝ ​ແລະ ພັດທະນາ​ເປີດ​ກ້ວາງທ່າ​ກຳ​ປັ່ນ​ອອກ​ສູ່​ທະ​ເລ; ​ເຂົ້າ​ຮ່ວມ​ການ​ຂຸດ​ຄົ້ນ​ບັນດາ​ໂຄງການ​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ແກ່​ຫາຍ​ຟ່ອງຄື : ​ເສັ້ນທາງ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ-ຫາຍ​ຟ່ອງ, ກໍ່ສ້າງຫາຍ​ຟ່ອງກາຍ​ເປັນ​ປະຕູ​ອອກ​ສູ່​ສາກົນ. ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ພະນັກງານ, ກຳມະກອນທ່າ​ກຳ​ປັ່ນ ດິງວູ້ ​ແລະ ​ເຕີນ​ກາງ. ກ່ອນ​ໜ້າ​ນັ້ນ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນ​ຟູ້ຈ້ອງ ກໍ​ໄດ້​ໄປ​ຢ້ຽມຢາມ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ ກາດ​ບາ.
ຂ່າວ/ບົດ​ອື່ນ