ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງພັກ,ລັດລາວ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ
ຕ້ອນຮັບ ຄະນະຜູ້ແທນຂັ້ນສູງພັກ, ລັດລາວ
|
(vovworld)- ຕອນບ່າຍວັນທີ 11/7, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງພັກ, ລັດລາວ ໂດຍທ່ານພັນຄຳ ວິພາວັນ ຮອງປະທານປະເທດລາວ ເປັນຫົວຫນ້າຄະນະ. ນະທີ່ນີ້ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງສະເຫນີສອງຝ່າຍຈົ່ງຕັ້ງຫນ້າເປັນເຈົ້າການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດ ກໍຄື ຖະແຫລງການຮ່ວມ ຫວຽດນາມ ລາວ, ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືກ່ຽວກັບເສດຖະກິດ, ວັດທະນະທຳ, ການສຶກສາ ແລະ ວິທະຍາສາດ ເຕັກນິກ, ສົມທົບກັນຢ່າງແຫນ້ນແຟ້ນໃນບັນດາບັນຫາສາກົນ ແລະ ພາກພື້ນ ທີ່ບັນດາເວທີປາໄສຫລາຍຝ່າຍ.
ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບ ທ່ານ ເພັດພົມພິພັກລັດຖະມົນຕີ,ຫົວຫນ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
ທີ່ການຕ້ອນຮັບໃນຕອນບ່າຍວັນທີ 11/7, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ລັດຖະບານ, ບັນດາກະຊວງ, ຂະແຫນງການ ຫວຽດນາມ ພ້ອມແລ້ວແບ່ງປັນທຸກບົດຮຽນໃນການພັດທະນາເສດຖະກິດ ສັງຄົມ ກັບລາວ ບົນຈິດໃຈຄວາມສາມັກຄິ, ສະຫນິດຕິດພັນ. ຫວຽດນາມ ປາດຖະຫນາຢາກໄດ້ປະກອບກຳລັງແຮງຂອງຕົນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງລາວ. ທ່ານນາຍົກລັດຖະມົນຕີຖືວ່າ ສອງປະເທດ ຄວນຍາດແຍ່ງທຸກແຫລ່ງຫນູນຊ່ວຍຈາກປະຊາຄົມສາກົນເພື່ອກໍ່ສ້າງລະບົບພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ລະຫວ່າງສອງປະເທດ, ຍົກສູງກຳລັງຄວາມສາມາດການຜະລິດດຳເນີນທຸລະກິດຂອງລາວ ຜ່ານບັນດາແຫລ່ງເງິນລົງທຶນໂດຍກົງຂອງບັນດາປະເທດ, ໃນນັ້ນ ມີຫວຽດນາມ.